ວົງການນັກຊ່ຽວຊານລັດເຊຍ,ອີຣານ,ຕວກກີຈັດກອງປະຊຸມປຶກສາຫາລືກ່ຽວກັບຊີຣີ

(VOVWORLD) -ວັນທີ 08 ສິງຫາ, ຜູ້ຕາງໜ້າ 3 ປະເທດອີຣານ, ລັດເຊຍ ແລະ ຕວກກີ ເລີ່ມຈັດກອງປະຊຸມຂັ້ນນັກຊ່ຽວຊານຢູ່ນະຄອນຫຼວງເຕເຮຣານ ຂອງ ອີຣັກ ເພື່ອແນໃສ່ຍົກອອກໂຄງການດຳເນີນງານຂອງການເຈລະຈາສັນຕິພາບກ່ຽວກັບຊີຣີ
ວົງການນັກຊ່ຽວຊານລັດເຊຍ,ອີຣານ,ຕວກກີຈັດກອງປະຊຸມປຶກສາຫາລືກ່ຽວກັບຊີຣີ - ảnh 1(ພາບປະກອບ: AFP/TTXVN)

ເຊິ່ງໃກ້ຈະດຳເນີນຢູ່ນະຄອນຫຼວງ Astana ປະເທດ ກາຊັກສະຖານ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວກັບຂໍ້ຕົກລົງຢຸດຍິງທີ່ພວມດຳເນີນໄປ ແລະ ເລື່ອງສ້າງຕັ້ງບັນດາເຂດຮອງຮັບເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ.

        ເຂົ້າຮ່ວມການເຈລະຈາສັນຕິພາບກ່ຽວກັບຊີຣີ ຄາດວ່າ ຈະດຳເນີນຢູ່ Astana ຈະມາເຖິງ ມີຜູ້ຕາງໜ້າຂອງອີຣານ, ລັດເຊຍ, ຕວກກີ, ລັດຖະບານຊີຣີ, ບັນດາກຳລັງຝ່າຍຄ້ານຊີຣີ, ກໍຄືບັນດານັກສັງເກດການຂອງສະຫະປະຊາຊາດ. ໃນການເຈລະຈາສັນຕິພາບຜ່ານມາ ຢູ່ Astana, ລັດເຊຍ, ຕວກກີ ແລະ ອີຣານ ໄດ້ເຫັນດີສ້າງຕັ້ງກຸ່ມປະຕິບັດງານລວມເພື່ອແນໃສ່ສ້າງຕັ້ງບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ