ວົງ​ການນັກ​ໄຈ້​ແຍກ ອາ​ເມ​ລິ​ກາ ຍອມ​ຮັບ​ຜົນ​ກະ​ທົບ​ຈາ​ກ​ສົງ​ຄາມ​ການ​ຄ້າ

(VOVWORLD) -ວັນທີ 30 ກັນຍາ, ບັນດານັກຊ່ຽວຊານໄຈ້ແຍກສັງກັດ S&P Global Ratings ຍອມຮັບວ່າສົງຄາມການຄ້າກັບ ຈີນພວມເຮັດໃຫ້ ບັນດາຄວາມຫວັງກ່ຽວກັບການເຕີບໂຕເສດຖະກິດຂອງ ອາເມລິກາຫຼຸດລົງ.

ວົງ​ການນັກ​ໄຈ້​ແຍກ ອາ​ເມ​ລິ​ກາ ຍອມ​ຮັບ​ຜົນ​ກະ​ທົບ​ຈາ​ກ​ສົງ​ຄາມ​ການ​ຄ້າ - ảnh 1ລະດັບການເຕີບໂຕຂອງພື້ນຖານເສດຖະກິດອາເມລິກາຂອງ ໂລກ ຈະຫຼຸດລົງ ຍັງເຫຼືອ 1,7% ໃນປີ 2020

(ພາບ: TTXVN)

ຕາມການຄາດຄະເນຂອງ S&P Global Ratings ແລ້ວ, ລະດັບການເຕີບໂຕຂອງພື້ນຖານເສດຖະກິດອັນດັບທີ 1 ຂອງ ໂລກ ຈະຫຼຸດລົງ ຍັງເຫຼືອ 1,7% ໃນປີ 2020. ບັນດານັກເສດຖະກິດຂອງບໍລິສັດນີ້ກໍ່ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດ ອາເມລິກາ ຈະຫຼຸດລົງ 2,3% ໃນປີນີ້, ຕ່ຳກ່ວາລະດັບຄາດຫວັງ 2,5% ພ້ອມທັງຖືວ່າ ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ແມ່ນໜຶ່ງໃນບັນດາສາເຫດຕົ້ນຕໍ. ຕາມຂໍ້ສັງເກດຂອງ ທ່ານ Ann Bovino ນັກຊ່ຽວຊານດ້ານການເຕີບໂຕເສດຖະກິດຂອງ S&P Global Ratingsແລ້ວ, ສົງຄາມການຄ້າກັບຈີນພວມກໍ່ຜົນກະທົບຕໍ່ເສດຖະກິດອາເມລິກາໂດຍບໍ່ຫົວຊາຕໍ່ ຄ່າໃຊ້ຈ່າຍບໍລິໂພກ, ຕະຫຼາດແຮງງານ ແລະ ເຮືອນຢູ່ຂອງ ອາເມລິກາ ພວມເຂັ້ມແຂງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ