ວົງການເຈົ້າໜ້າທີ່ ການາດາ ເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງໃຫຍ່ ໃນການພົວພັນກັບ ຫວຽດນາມ

(VOVWORLD) - ກ່ອນທີ່ດຳເນີນການຢ້ຽມຢາມ ການາດາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເປີດກ້ວາງ,

ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ການາດາ ໄດ້ມີການສຳພາດທ່ານ Donald Bobiash ຜູ້ຊ່ວຍວຽກຮອງລັດຖະມົນຕີກະຊວງການຕ່າງປະເທດ ການາດາ.

        ໃນການແລກປ່ຽນ, ຜູ້ຊ່ວຍວຽກຮອງລັດຖະມົນຕີ ທ່ານ Donald Bobiash ຕີລາຄາສູງບັນດາກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ການາດາ ແລະ ຫວຽດນາມ.

        ຜູ້ຊ່ວຍວຽກລັດຖະມົນຕີ ທ່ານ Donald Bobiash ກໍ່ສະແດງໃຫ້ເຫັນຄວາມປະທັບໃຈກ່ຽວກັບລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ແລະ ສະແດງໃຫ້ເຫັນພ້ອມແລ້ວທີ່ຈະຊຸກຍູ້ການພົວພັນການຄ້າ 2 ຝ່າຍ.

        ບໍ່ພຽງແຕ່ມີຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງ 2 ປະເທດເທົ່ານັ້ນ, ຫາກເຈົ້າໜ້າທີ່ການຕ່າງປະເທດ ການາດາ ຍັງຢືນຢັນວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຊື່ງທັງ ຫວຽດນາມ ແລະ ການາດາ ເປັນສະມາຊິກ ຈະເປີດກາລະໂອກາດຫລາຍຢ່າງ ແລະ ລຸລ່ວງຕະຫລາດໃຫ້ສິນຄ້າຂອງກັນ.


ຕອບກັບ

ຂ່າວ/ບົດ​ອື່ນ