ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ - ອາ​ເມ​ລິ​ກາ ກະ​ກຽມ ໃຫ້​ແກ່​ການ​ພົບ​ປະ​ສຸດຍອດ​ສອງ​ຝ່າຍ ຄັ້ງ​ໃໝ່

(VOVWORLD) -ວັນທີ 18 ພະຈິກ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ແຈ້ງໃຫ້ຊາບກ່ຽວກັບ ການເຈລະຈາທາງໂທລະສັບ ລະຫວ່າງ ທ່ານ Nikolai Petrushev ເລຂານຸການສະພາຄວາມໝັ້ນຄົງ ລັດເຊຍ ແລະ ທ່ານ Jake Sulivan ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ທີ່ດຳເນີນກອ່ນນັ້ນ 1 ວັນ. 
ວົງ​ການ​ເຈົ້າ​ໜ້າ​ທີ່  ລັດ​ເຊຍ - ອາ​ເມ​ລິ​ກາ  ກະ​ກຽມ ໃຫ້​ແກ່​ການ​ພົບ​ປະ​ສຸດຍອດ​ສອງ​ຝ່າຍ ຄັ້ງ​ໃໝ່ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:  vtc.vn)

ຫວ່າງມໍ່ໆມານີ້, ວົງການເຈົ້າໜ້າທີ່ຄວາມໝັ້ນຄົງ ລັດເຊຍ - ອາເມລິກາ ໄດ້ເຈລະຈາທາງໂທລະສັບ ປຶກສາຫຼາຍບັນຫາ ໂດຍແມ່ນສ່ວນໜຶ່ງໃນແຜນການກະກຽມຈັດການພົບປະສຸດຍອດລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ອາເມລິກາທ່ານ Joe Biden. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ຍັງບໍ່ມີຂໍ້ມູນກ່ຽວກັບວັນເວລາ ຈະດຳເນີນການພົບປະຄັ້ງນີ້.

ວັນທີ 18 ພະຈິກ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ແຈ້ງໃຫ້ຊາບກ່ຽວກັບ ການເຈລະຈາທາງໂທລະສັບ ລະຫວ່າງ ທ່ານ Nikolai Petrushev ເລຂານຸການສະພາຄວາມໝັ້ນຄົງ ລັດເຊຍ ແລະ ທ່ານ Jake Sulivan ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ທີ່ດຳເນີນກອ່ນນັ້ນ 1 ວັນ. ທ່ານ Peskov ໃຫ້ຮູ້ວ່າ ສອງຝ່າຍສືບຕໍ່ປຶກສາຫາລື ກ່ຽວກັບຄວາມຮູ້ຄວາມເຂົ້າໃຈ ທີ່ບັນລຸໄດ້ໃນການພົບປະກັນຢູ່ ເຊີແນວ (ປະເທດສະວິດ) ລະຫວ່າງ ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Biden ເມື່ອເດື່ອນ ມິຖຸນາຜ່ານມາ, ບັນດາທິດທາງການເຈລະຈາໃນປັດຈຸບັນແມ່ນປຶກສາຫາລືກ່ຽວກັບຍຸດທະສາດທີ່ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ພ້ອມກັບບັນຫາສະຖານະການຕ່າງໆຄື ສະພາບການຢູ່ຢູແກຼນ, ວິກິດການຊາວອົບພະຍົບ ຢູ່ເຂດຊາຍແດນ ເບລາຣຸດ - ໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ