ວົງການເຈົ້າໜ້າທີ່ ສ.ເກົາຫຼີ ປຶກສາຫາລືເປີດສາຍການບິນສາກົນຜ່ານແຫຼມ ເກົາຫຼີ

(VOVWORLD) - ວັນທີ 22 ພະຈິກ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຫຼ່ງຂ່າວຈາກທຳນຽບປະທານາທິບໍດີ ສ.ເກົາຫຼີ (ທຳນຽບຂຽວ) ໃຫ້ຮູ້ວ່າ: 
ວົງການເຈົ້າໜ້າທີ່ ສ.ເກົາຫຼີ ປຶກສາຫາລືເປີດສາຍການບິນສາກົນຜ່ານແຫຼມ ເກົາຫຼີ - ảnh 1ວົງການເຈົ້າໜ້າທີ່ ສ.ເກົາຫຼີ ປຶກສາຫາລືເປີດສາຍການບິນສາກົນຜ່ານແຫຼມ ເກົາຫຼີ (ພາບ: EPA/TTXVN )

ກອງປະຊຸມຄະນະປະຈຳສະພາຄວາມໝັ້ນຄົງແຫ່ງຊາດ (NSC) ໄດ້ດຳເນີນໃນວັນດຽວກັນ ພາຍໃຕ້ການເປັນປະທານຂອງທ່ານ Chung Eui-yong ຫົວໜ້າຫ້ອງການຄວາມໝັ້ນຄົງແຫ່ງຊາດ ແນໃສ່ຕີລາຄາກ່ຽວກັບສະພາບການປະຕິບັດຖະແຫຼງການຮ່ວມ Panmunjom  ແລະ ຖະແຫຼງການຮ່ວມ ພຽງຢາງ. ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ກອງປະຊຸມນີ້ ໄດ້ປຶກສາຫາລືກ່ຽວກັບໝາກຜົນຂອງກອງປະຊຸມນັກວິຊາການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກ່ຽວກັບການຮ່ວມມືດ້ານການບິນ ເຊິ່ງໄດ້ຈັດຕັ້ງໃນວັນທີ 16 ພະຈິກ ຜ່ານມາ. ທຳນຽບຂຽວໃຫ້ຮູ້ຕື່ມອີກວ່າ ບັນດາສະມາຊິກຂອງຄະນະປະຈຳດັ່ງກ່າວຖືວ່າ ເລື່ອງສ້າງສາຍການບິນສາກົນຜ່ານ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະນຳມາເຊິ່ງຄວາມສະດວກໃຫ້ຜູ້ໂດຍສານ ແລະ ບັນດາບໍລິສັດການບິນທັງໝົດ ລວມທັງບັນດາບໍລິສັດການບິນຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ