ວົງ​ການ​ເຈົ້າ​ໜ້າ​ທີ່ ໄທ, ອິນ​ໂດ​ເນ​ເຊຍ ແລະ ມຽນ​ມາ ຮ່ວມ​ກັນ​ເຈ​ລະ​ຈາ

(VOVWORLD) -ເນື້ອໃນຈຸດສຸມຂອງການເຈລະຈາ ໂດຍ ໄທ ສະເໜີນັ້ນ ແມ່ນກ່ຽວກັບບັນດາບັນຫາການເມືອງ ຢູ່ ມຽນມາ. ລັດຖະບານ ໄທ ຢັ້ງຢືນວ່າ ສະພາບການຢູ່ ມຽນມາ ແມ່ນບັນຫາພາຍໃນຂອງປະເທດນີ້ ແຕ່ ອາຊຽນ ຄວນໜູນຊ່ວຍກັນແກ້ໄຂວິກິດການນີ້.
ວົງ​ການ​ເຈົ້າ​ໜ້າ​ທີ່ ໄທ, ອິນ​ໂດ​ເນ​ເຊຍ ແລະ ມຽນ​ມາ ຮ່ວມ​ກັນ​ເຈ​ລະ​ຈາ - ảnh 1ນາຍທະຫານ ເວນຍາມຢູ່ Nay Pyi Taw, Myanmar (ພາບ:THX/TTXVN)

ວັນທີ 24 ກຸມພາ,  ທ່ານ Wunna Maung Lwin, ຜູ້ທີ່ຫາກໍໄດ້ຮັບການບົ່ງຕົວຈາກອຳນາດການປົກຄອງການທະຫານຂອງ ມຽນມາ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເຈລະຈາກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄທ ດອນ ປຣະມັດວິໄນ ແລະ ຄູ່ຕຳແໜ່ງ ອິນໂດເນເຊຍ Retno Marsudi. ການພົບປະຖືກຈັດຂຶ້ນຢູ່ ຖານທີ່ໝັ້ນແຫ່ງໜຶ່ງຂອງ ກອງທັບອາກາດ ລາຊະອານາຈັກ ໄທ ຢູ່ ດອນເມືອງ, ນະຄອນຫຼວງ ບາງກອກ, ເຊິ່ງເປັນການພົບປະຄັ້ງທຳອິດ ຂອງເຈົ້າໜ້າທີ່ອຳນາດການປົກຄອງການທະຫານ ມຽນມາ ກັບ ລັດຖະບານຕ່າງປະເທດ.

        ໜັງສືພິມ The Nation  ໄດ້ຄັດສະເໜີແຫຼ່ງຂ່າວຈາກລັດຖະບານ ໄທ ໂດຍໃຫ້ຮູ້ວ່າ ທ່ານ Wunna Maung Lwin ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ເຈລະຈາກັບຄູ່ຕໍາແໜ່ງ ໄທ ດອນ ປຣະມັດວິໄນ. ແຫຼ່ງຂ່າວຈາກລັດຖະບານ ໄທ ຊີ້ແຈ້ງວ່າ ເນື້ອໃນຈຸດສຸມຂອງການເຈລະຈາ ໂດຍ ໄທ ສະເໜີນັ້ນ ແມ່ນກ່ຽວກັບບັນດາບັນຫາການເມືອງ ຢູ່ ມຽນມາ. ລັດຖະບານ ໄທ ຢັ້ງຢືນວ່າ ສະພາບການຢູ່ ມຽນມາ ແມ່ນບັນຫາພາຍໃນຂອງປະເທດນີ້ ແຕ່ ອາຊຽນ ຄວນໜູນຊ່ວຍກັນແກ້ໄຂວິກິດການນີ້.

        ໃນຂະນະນັ້ນ, ເມື່ອກ່າວຄຳເຫັນກັບວົງການສື່ມວນຊົນ ພາຍຫຼັງການພົບປະ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi  ຢືນຢັນວ່າ ອິນໂດເນເຊຍ ພວມຕັ້ງໜ້າດຳເນີນການເຈລະຈາກັບ ກອງທັບ ແລະ ລັດຖະບານພົນລະເຮືອນ ມຽນມາ ເພື່ອແນໃສ່ແກ້ໄຂສະພາບການປັດຈຸບັນ. ທ່ານນາງ ຊີ້ແຈ້ງວ່າ ອິນໂດເນເຊຍ ຈະຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງອົດກັ້ນ ແລະ ຢັ້ງຢືນວ່າ ຈະສືບຕໍ່ແລກປ່ຽນນຳກັນ ເພື່ອປະກອບສ່ວນແກ້ໄຂບັນຫາຢູ່ ມຽນມາ.


ຕອບກັບ

ຂ່າວ/ບົດ​ອື່ນ