ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ອິນເດຍ - ຈີນ ໂຮມປະຊຸມຂັ້ນສູງຄັ້ງທໍາອິດ

(VOVWORLD) -ວົງການເຈົ້າໜ້າທີ່ສອງປະເທດ ໄດ້ປຶກສາຫາລື ຈະຮ່ວມມືກັນຕ້ານການກໍ່ການຮ້າຍ ແລະ ບັນດາວຽກງານຮັບປະກັນຄວາມໝັ້ນຄົງລວມ
ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ອິນເດຍ - ຈີນ ໂຮມປະຊຸມຂັ້ນສູງຄັ້ງທໍາອິດ - ảnh 1

ຊາຍແດນ ອິນເດຍ - ຈີນ (ພາບ:TWJ )

ອິນເດຍ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງສະບັບທໍາອິດກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ຕາມນັ້ນແລ້ວ ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການໜູນຊ່ວຍກັນໃນການຕ້ານການກໍ່ການຮ້າຍ, ອາດຊະຍາກໍາທີ່ມີການຈັດຕັ້ງ, ອາດຊະຍາກໍາຢາເສບຕິດ, ຄ້າມະນຸດ ແລະ ແລກປ່ຽນຂໍ້ມູນຂ່າວສານ. ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ເປັນຂີດໝາຍໃໝ່ໃນການພົວພັນລະຫວ່າງສອງປະເທດ. ຂໍ້ຕົກລົງ ໂດຍ ທ່ານ Raijnath Singh  ລັດຖະມົນຕີກະຊວງພາຍໃນ ອິນເດຍ ແລະ ທ່ານ ຈາວເຄືອຈື ກໍາມະການຄະນະ ລັດຖະບານ, ລັດຖະມົນຕີກະຊວງຕໍາຫຼວດຈີນ ໄດ້ລົງນາມ ພາຍຫຼັງການເຈລະຈາໃນວັນທີ 22 ຕຸລາ ກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມສະຫງົບຂັ້ນສູງ ສອງຝ່າຍ ທໍາອິດ. ຂໍ້ຕົກລົງສະບັບດັ່ງກ່າວບັນລຸໄດ້ພາຍຫຼັງບັນດາຄວາມເຄັ່ງຕຶງທີ່ແກ່ຍາວມາເປັນເວລາ 02 ເດືອນລະຫວ່າງກອງທັບສອງປະເທດຢູ່ເຂດ ຊາຍແດນຮ່ວມ. ຖະແຫຼງການຂອງກະຊວງພາຍໃນ ອິນເດຍ ໄດ້ຕີລາຄາວ່າ ນີ້ແມ່ນການເຈລະຈາທີ່ມີປະໂຫຍດ ແລະ ເປັນໜ້າໄດ້ຮັບການຊົມເຊີຍ. ວົງການເຈົ້າໜ້າທີ່ສອງປະເທດ ໄດ້ປຶກສາຫາລື ຈະຮ່ວມມືກັນຕ້ານການກໍ່ການຮ້າຍ ແລະ ບັນດາວຽກງານຮັບປະກັນຄວາມໝັ້ນຄົງລວມ.

ຕອບກັບ

ຂ່າວ/ບົດ​ອື່ນ