ວົງການເຈົ້າໜ້າທີ່ເຢຍລະມັນຍົກສູງຄວາມສຳຄັນຂອງນາໂຕແລະຄວາມເປັນເອກະພາບຂອງອີຢູສຳລັບອາເມລິກາ

ວົງການເຈົ້າໜ້າທີ່ເຢຍລະມັນຍົກສູງຄວາມສຳຄັນຂອງນາໂຕແລະຄວາມເປັນເອກະພາບຂອງອີຢູສຳລັບອາເມລິກາ - ảnh 1ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Trudeau ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Merkel. 
(ພາບ: AP)

(vovworld) – ວັນ​ທີ 17/2, ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ໄດ້​ຢັ້ງ​ຢືນ​ວ່າ, ອົງ​ການ ນາ​ໂຕ​ ມີ​ຄວາມ​ສຳ​ຄັນບໍ່​ພຽງ​ແຕ່​ສຳ​ລັບ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ເທົ່າ​ນັ້ນ, ຫ​າກ​ຍັງ​ສຳ​ລັບ ອາ​ເມ​ລິ​ກາ ອີກ​ດ້ວຍ. ກ່າວ​ຄ​ຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ ກາ​ນາ​ດາ Justin Trudeau, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ໄດ້​ຢັ້ງ​ຢືນ​ວ່າປະ​ເທດ​: ເຢຍ​ລະ​ມັນ ແລະ ກາ​ນາ​ດາ ລ້ວນ​ແຕ່​ຮັບ​ຮູ້​​ໄດ້ບັນ​ດາ​ຄຸນ​ຄ່າ​ລວມ​ຂອງ​ນາ​ໂຕ. ຄ​ຽງ​ຄູ່​ກັນ​ນັ້ນ, ນາ​ໂຕ ກໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ໃຫ້ ອາ​ເມ​ລິ​ກາ ​ດ້ວຍ​ເຫດ​ນັ້ນ​​ສຳພັນ​ທະ​ມິດນີ້​ກໍ່​ມີ​ຄວາມ​ສຳ​ຄັນ​ສຳ​ລັບ ປະ​ເທດ ອາ​ເມ​ລິ​ກາ. ທ່ານ​ນາງ Merkel ເນັ້ນ​ໜັກ​​ວ່າບັນ​ດາ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ສຳ​ພັນ​ທະ​ມິດນີ້​​ຄວນ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ບົນ​ຈິດ​ໃຈ​​ເພື່ອຜົນ​ປະ​ໂຫຍດ​ລວມ.


ຂ່າວ/ບົດ​ອື່ນ