ວິ້ງລອງຮ່ວມມືພັດທະນາການສຶກສາແລະບຳລຸງສ້າງກັບສ.ເກົາຫຼີ

ວິ້ງລອງຮ່ວມມືພັດທະນາການສຶກສາແລະບຳລຸງສ້າງກັບສ.ເກົາຫຼີ - ảnh 1
ວິ້ງລອງ ຮ່ວມມືພັດທະນາການສຶກສາ ແລະ ບຳລຸງສ້າງກັບສ.ເກົາຫຼີ
(ພາບ: baovinhlong.com.vn)


​(vovworld) – ວັນ​ທີ 06/05, ຜູ້ຕາງໜ້າ​ມະຫາວິທະຍາ​ໄລ Tongmyong, ສ.​ເກົາຫຼີ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ແຂວງ​ວິ້ງ​ລອງ ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ຮ່ວມ​ມືພັດທະນາ​ການ​ສຶກສາ. ຕາມ​ນັ້ນ​ແລ້ວ, 2 ຝ່າຍຈັດ​ຕັ້ງ​ການ​ແລກປ່ຽນວິຊາ​ການ​ສຶກສາ ​ແລະ ການຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ກາລະໂອກາດ​ໄປ​ສຶກສາ​ຢູ່​ຕ່າງປ​ະ​ເທດ, ທຶນ​ສຶກສາ​ໃຫ້​ນັກຮຽນ​ຢາກ​ຮຽນ​ມະຫາວິ​ທະ​ຍາ​ໄລ, ຫຼັງ​ມະຫາວິທະຍາ​ໄລ​ຢູ່​ສ.​ເກົາຫຼີ, ​ແລກປ່ຽນ​ຍົກ​ສູງ​ດ້ານ​ວິ​ຊາ​ສະ​ເພາະ, ຄົ້ນຄວ້າ​ວິທະຍາສາດ ​ເພື່ອ​ປະກອບສ່ວນ​ພັດທະນາ​ກຳລັງ​ຄວາມ​ສາມາດ​ໃຫ້​ຖັນ​ແຖວ​ຄູສອນ ​ແລະ ນັກຮຽນ, ນັກ​ສຶກສາ. ມະຫາວິທະຍາ​ໄລ Tongmyong ຈະສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ​ດ້ານ​ສຶກສາ, ຄູ​ສອນ, ນັກຮຽນ​ຂອງ​ແຂວງ​ວິ້ງ​ລອງ ​ໄປ​ຢ້ຽມຢາມ ​ແລະ ຄົ້ນ​ຄວາ​​ຮໍ່າຮຽນ; ສົ່ງ​ຄູ​ສອນ​ພາສາ​ເກ​ົາຫຼີ ​ມາ​​ສອນໃຫ້​ຄູ​ - ອາຈານ ​ແລະ ນັກຮຽນ​ຂອງ​ແຂວງ​ວິ້ງ​ລອງ; ​ເຫັນ​ດີ ​ແລະ ຮັບ​ນັກຮຽນ​​ແຂວງ​ວິ້ງ​ລອງ ​ມາຮໍ່າ​​ຮຽນ​ຢູ່ມະຫາວິທະຍາ​ໄລ Tongmyong.

ຂ່າວ/ບົດ​ອື່ນ