ວົງເງິນການຄ້າ ຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນຕົ້ນປີ 2022

(VOVWORLD) - ສະເພາະໃນ 6 ເດືອນຜ່ານມາ, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ລາວ ບັນລຸເກືອບ 134 ລ້ານ USD, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ວົງເງິນການຄ້າ ຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນຕົ້ນປີ 2022 - ảnh 1ລົດຂົນສົ່ງສິນຄ້າຢູ່ດ່ານຊາຍແດນສາກົນ ເກົ໋າແຈວ (ພາບ: Báo Hà Tĩnh)

ຕາມສຳນັກງານຕາງໜ້າການຄ້າ ຫວຽດນາມ ປະຈຳ ສປປ ລາວ ແລ້ວ, ໃນ 6 ເດືອນຕົ້ນປີ 2022, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ລາວ ບັນລຸກ່ວາ 824 ລ້ານ USD ເພີ່ມຂຶ້ນ 20,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງລາວ ແມ່ນ: ນ້ຳມັນ, ຜັກ ໝາກໄມ້, ຝຸ່ນ, ສາຍໄຟ ແລະ ສາຍກາບ… ບັນດາປະເພດສິນຄ້າ ຫວຽດນາມ ນຳເຂົ້າຈາກ ສປປ ລາວ ເປັນຕົ້ນແມ່ນ: ແຮ່ທາດ, ຝຸ່ນ, ໄມ້ ແລະ ຜະລິດຕະພັນໄມ້, ຢາງພາລາ.

        ສະເພາະໃນ 6 ເດືອນຜ່ານມາ, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ລາວ ບັນລຸເກືອບ 134 ລ້ານ USD, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ ໃນເດືອນກໍລະກົດນີ້, ວົງເງິນສົ່ງອອກ ອາດຈະສືບຕໍ່ເພີ່ມຂຶ້ນຍ້ອນພື້ນຖານເສດຖະກິດຂອງ ສປປ ລາວ ພວມເປັນປົກກະຕິພໍສົມຄວນ ພາຍຫຼັງທີ່ລັດຖະບານອະນຸມັດບ້ວງສິນເຊື່ອສຳລັບນ້ຳມັນ 200 ລ້ານລິດ, ການດຳເນີນທຸລະກິດຄ້າຂາຍເງິນຕາຕ່າງປະເທດມີຄວາມເຂັ້ມງວດກ່ວາ, ວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ໄດ້ໄປຍັງລາວເພື່ອເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ. ໃນການນຳເຂົ້າ, ວົງເງິນການຄ້າກໍ່ເພີ່ມຂຶ້ນຍ້ອນຄວາມຕ້ອງການສຳລັບບັນດາປະເພດສິນຄ້າທີ່ມາຈາກລາວ ຍັງສືບຕໍ່ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ