ວົງເງິນການຄ້າ ຫວຽດນາມ - ລາວ ເພີ່ມຂຶ້ນຢ່າງແຮງໃນ 7 ເດືອນຕົ້ນປີ

(VOVWORLD) - ສະເພາະໃນເດືອນກໍລະກົດ, ການຄ້າສອງສົ້ນລະຫວ່າງສອງປະເທດບັນລຸເກືອບ 125 ລ້ານ  USD, ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນວົງເງິນສົ່ງອອກຂອງ ຫວຽດນາມ ໄປລາວບັນລຸ 53 ລ້ານ USD ຍ້ອນການສົ່ງອອກນ້ຳມັນ, ຜັກ, ໝາກໄມ້ເພີ່ມຂຶ້ນຫຼາຍ.
ວົງເງິນການຄ້າ ຫວຽດນາມ - ລາວ ເພີ່ມຂຶ້ນຢ່າງແຮງໃນ 7 ເດືອນຕົ້ນປີ - ảnh 1ດ່ານຊາຍແດນລາວບ໋າວ, ແຂວງ ກວາງຈິ້ (ພາບປະກອບ)

ໄລ່ຮອດເດືອນກໍລະກົດ 2022, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ລາວ ບັນລຸເກືອບ 949 ລ້ານ USD, ເພີ່ມຂຶ້ນກ່ວາ 24% ເມື່ອທຽບໃສ່ໄລຍະດຽວກັນຂອງກາຍ. ລະດັບການເພີ່ມຂຶ້ນນີ້ແມ່ນຍ້ອນການສົ່ງອອກຂອງສິນຄ້າ ຫວຽດນາມ ໄປລາວ (ບັນລຸເກືອບ 586 ລ້ານ USD, ເພີ່ມຂຶ້ນ 48%) ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປ ລາວແມ່ນນ້ຳມັນ, ຜັກ, ໝາກໄມ້, ປຸຍປະເພດຕ່າງໆ… ສະເພາະໃນເດືອນກໍລະກົດ, ການຄ້າສອງສົ້ນລະຫວ່າງສອງປະເທດບັນລຸເກືອບ 125 ລ້ານ  USD, ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນວົງເງິນສົ່ງອອກຂອງ ຫວຽດນາມ ໄປລາວບັນລຸ 53 ລ້ານ USD ຍ້ອນການສົ່ງອອກນ້ຳມັນ, ຜັກ, ໝາກໄມ້ເພີ່ມຂຶ້ນຫຼາຍ.

        ໃນເດືອນສິງຫາ, ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປລາວ ຄາດວ່າຈະສືບຕໍ່ເພີ່ມຂຶ້ນ ຍ້ອນວ່າເສດຖະກິດຂອງລາວ ກັບຄືນສູ່ສະພາບປົກກະຕິ, ລາຄານ້ຳມັນໃນຕະຫຼາດໂລກພວມຫລຸດລົງ ແລະ ມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ໄປລາວ ເພື່ອເຊື່ອມຕໍ່ການແລກປ່ຽນຄ້າຂາຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ