ວົງເງິນການຄ້າ ຫວຽດນາມ ແລະ ອົດສະຕາລີ ບັນລຸລະດັບສະຖິຕິໃນປີ 2021

(VOVWORLD) -ປີ 2021 ຍອດວົງເງິນການຄ້າສອງສົ້ນ ຫວຽດນາມ -ອົດສະຕາລີ ເປັນຄັ້ງທຳອິດໄດ້ລື່ນກາຍລະດັບ 12,4 ຕື້ USD, ເພີ່ມຂຶ້ນ 49,45% ເມື່ອທຽບໃສ່ປີ 2020.
ວົງເງິນການຄ້າ ຫວຽດນາມ ແລະ ອົດສະຕາລີ ບັນລຸລະດັບສະຖິຕິໃນປີ 2021 - ảnh 1ພາບປະກອບ: TTXVN

ສຳນັກຂ່າວສານ ຫວຽດນາມ ໄດ້ຄັດສະເຫນີ ຄຳປາໄສຂອງ ທ່ານ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປີ 2021 ຍອດວົງເງິນການຄ້າສອງສົ້ນ ຫວຽດນາມ -ອົດສະຕາລີ ເປັນຄັ້ງທຳອິດໄດ້ລື່ນກາຍລະດັບ 12,4 ຕື້ USD, ເພີ່ມຂຶ້ນ 49,45% ເມື່ອທຽບໃສ່ປີ 2020. ໃນນັ້ນ ການສົ່ງອອກຂອງ ຫວຽດນາມໄປຍັງ ອົດສະຕາລີ ບັນລຸກວ່າ 4,45 ຕື້USD, ເພີ່ມຂຶ້ນກວ່າ 23% ແລະ ວົງເງິນນຳເຂົ້າຂອງຫວຽດນາມ ຈາກ ອົດສະຕາລີ ບັນລຸເກືອບ 7,95 ຕື້ USD, ເພີ່ມຂຶ້ນເກືອບ 69,9% ເມື່ອທຽບໃສ່ປີ 2020.

ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 12 ຂອງອົດສະຕາລີ ແລະ ກົງກັນຂ້າມ ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 10 ຂອງຫວຽດນາມ, ສູງກວ່າຂັ້ນຫນຶ່ງເມື່ອທຽບໃສ່ປີ 2020.

ກ້າວເຂົ້າສູ່ປີ 2022, ແງ່ຫວັງການແລກປ່ຽນດ້ານການຄ້າ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ແມ່ນໃຫຍ່ຫລວງ. ປະຈຸບັນ ສອງປະເທດ ລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ( CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງແມ່ນຂໍ້ຕົກລົງດ້ານການຄ້າລຸ້ນໃຫມ່ແບບກວມລວມ ແລະ ເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ