ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ຂອງ ຫວຽດ​ນາມ​ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD

(VOVWORLD) -  ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາສະບັບຕ່າງໆ ແລະ ໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ບັນດາ FTA ນຳມາໃຫ້
ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ຂອງ ຫວຽດ​ນາມ​ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD - ảnh 1 ການຖະແຫຼງຂ່າວ ປະຈຳ ໄຕມາດ IV/2019 (ພາບ: chinhphu.vn)

ຕອນບ່າຍວັນທີ 12ທັນວາ ຢູ່ຮ່າໂນ້ຍ, ທີ່ການຖະແຫຼງຂ່າວ ປະຈຳ ໄຕມາດ IV/2019 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງ, ທ່ານ ໂດທັ໊ງຫ໋າຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.

        ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາສະບັບຕ່າງໆ ແລະ ໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ບັນດາ FTA ນຳມາໃຫ້. ປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສຸມໃສ່ບັນດາແຫຼ່ງກຳລັງ, ຕັ້ງໜ້າຜັນຂະຫຍາຍບັນດາວິທີການເພື່ອສູ້ຊົນບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດວາງອອກນັ້ນ ແມ່ນ ການສົ່ງອອກໃຫ້ບັນລຸໄດ້ລະດັບ 7 – 8%.

ຕອບກັບ

ຂ່າວ/ບົດ​ອື່ນ