ວົງເງິນການຄ້າຫວຽດນາມ-ອັງກິດເພີ່ມຂຶ້ນໃນ5ເດືອນຕົ້ນປີ

ວົງເງິນການຄ້າຫວຽດນາມ-ອັງກິດເພີ່ມຂຶ້ນໃນ5ເດືອນຕົ້ນປີ - ảnh 1
(ພາບປະກອບຈາກ Trần Việt/TTXVN)

(vovworld) – ​ໃນ 5 ​ເດືອນ​ຕົ້ນ​ປີ 2014, ຍອດ​ວົງ​​ເງິນ​ການ​ຄ້າລະຫວ່າງ ຫວຽດນາມ - ອັງກິດ ບັນລຸ​ກ່ວາ 2 ຕື້ USD, ​ເພີ່ມ​ຂຶ້ນ​ 2 ລ້ານ USD ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເຖິງ​ວ່າ​ເພີ່ມ​ຂຶ້ນບໍ່​ຫຼາຍ​ກໍ່ຕາມ​ແຕ່​ນີ້​ແມ່ນ​ສັນຍາ​ນ​ເປັນ​ໜ້າ​ຊື່ນ​ຊົມ. ​ໃນ​ຈຳນວນ​ສິນຄ້າ​​ປະ​​ເພດຕ່າງໆ​ຂອງ ຫວຽດນາມ ທີ່ສົ່ງ​ໄປ​ຍັງ​ອັງກິດ, ​​ເຄື່ອງ​ເຟີ​ນີ​ເຈີ​, ​ເຄື່ອງຕຳ່​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ຜະລິດ​ຕະພັນ​ຢາງ, ​ສິນ​ໃນ​ນ້ຳ ​ແລະ ​ໂທລະສັບ​ມື​ຖື​ເຕີບ​ໂຕກ່ວາ​ໝູ່, ປະກອບ​ສ່ວນ​ຍົກສູງ​ວົງ​​ເງິນ​ການ​ຄ້າ 2 ຝ່າຍ. ສ່ວນ​ໝວດ​ສິນຄ້າ​ຕົ້ນ​ຕໍ​ທີ່ ຫວຽດນາມ ນຳ​ເຂົ້າ​ຈາກ ອັງກິດ ​ລວມມີ ຕົວ​ບິນ ​ແລະ ​ກົນ​ຈັກອຸປະກອນ, ຢຸກຢາ, ອຸປະກອນ​ໂທລະສັບ​ມື​ຖື ​ແລະ ອຸປະກອນ​ອັດ​ສຽງ, ອັດ​ວີ​ດີ​ໂອ.

ຂ່າວ/ບົດ​ອື່ນ