ວົງເງິນສົ່ງອອກລື່ນກາຍລະດັບ 200 ຕື້ USD

(VOVWORLD) -ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ, ໃນເດືອນຕຸລາ 2018, ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດບັນລຸ 20,8 ຕື້ USD, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017

ໃນນັ້ນ, ວົງເງິນສົ່ງອອກຂອງກຸ່ມວິສາຫະກິດ 100% ທຶນຂອງພາຍໃນປະເທດບັນລຸ 5,6 ຕື້ USD; ກຸ່ມວິສາຫະກິດ FDI ມີວົງເງິນສົ່ງອອກບັນລຸ 15,17 ຕື້ USD. ໄລ່ລວມແລ້ວ, ວົງເງິນສົ່ງອອກຂອງຫວຽດນາມ ໃນ 10 ເດືອນຜ່ານມາບັນລຸກວ່າ 200 ຕື້ USD, ເພີ່ມຂຶ້ນກວ່າ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

        ຕາມການຕີລາຄາຈາກບັນດານັກຊ່ຽວຊານດ້ານການຄ້າໄດ້ຊີ້ໃຫ້ເຫັນວ່າ, ໃນ 10 ເດືອນຕົ້ນປີ, ວົງເງິນສົ່ງອອກບາງຜະລິດຕະພັນຫຼັກແຫຼ່ງສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ນັ້ນແມ່ນ: ໂທລະສັບ ແລະ ເຄື່ອງອາໄລ່; ເຄື່ອງຕຳແຜ່ນຕັດຫຍິບ; ພາຫະນະເຄື່ອງຈັກ, ເກີບໜັງ…

ຕອບກັບ

ຂ່າວ/ບົດ​ອື່ນ