ວັດ ຫວີ໋ງງຽມ ໄດ້ຮັບໃບຢັ້ງຢືນຈາກອົງການ UNESCO

 ວັດ  ຫວີ໋ງງຽມ ໄດ້ຮັບໃບຢັ້ງຢືນຈາກອົງການ UNESCO - ảnh 1
ພິທີມອບຮັບໃບຢັ້ງຢືນຈາກ​ອົງການ UNESCO
ພາບ: dantri.com

(vovworld) - ຕອນ​ເຊົ້າ​ວັນ​ທີ 7/10, ແຜ່ນ​ພິມ​ດ້ວຍ​ໄມ້ 3050 ​ແຜ່ນ ຢູ່ ວັດ​ Vinh Nghiem ຢູ່ ​ເມືອງ Yen Dung ​ແຂວງ Bac Giang ໄດ້​ຮັບ​ໃບຢັ້ງຢືນຈາກ​ອົງການ UNESCO ວ່າ ​ແມ່ນ​ມໍລະດົກ​ຄວາມ​ຊົງ​ຈຳ​ຂອງ​ໂລກ. ​ນີ້​ແມ່ນ​ວັດຖຸ​ເດີມ ​ແລະ ​ເອກະສານ​ລ້ຳ​ຄ່າ ປະກອບ​ສ່ວນ​ໃຫ້​ແກ່​ວຽກ​ງານ​ຄົ້ນ​ຄ້ວາ​ໃນ​ຫລາຍ​ຂົງ​ເຂດ​ຄື: ສາ​ສະຫນາ, ພາສາ, ວັນນະຄະດີ, ການ​ແພດ, ສິລະ​ປະ​ທຳ​ຂອງ​ຊາວ ຫວຽດນາມ​ໃນ​ເມື່ອ​ກ່ອນ.

ກ່ອນ​ຫນ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 6/10, ຢູ່ ​ແຂວງ Bac Giang ​ໄດ້​ດຳ​ເນີນ​ພິທີ​ຮັບ​ບັນດາ​ເຫດການ​ວັດທະນະທຳ ​ແລະ ​ໄຂ​ງານ​ບຸນ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ບັນດາ​ເຜົ່າ​ຢູ່​ແຂວງ Bac Giang ຄັ້ງ​ທີ 5. ຢູ່​ສະຫນາມ​ຫລວງ 3-2, ຄະນະ​ກຳມະການ​ປະຊາຊົນ​ແຂວງ Bac Giang​ໄດ້​ຈັດ​ຕັ້ງ​ພິທີ​ຮັບ​​ໃບຢັ້ງຢືນແຜ່ນ​ພິມ​ດ້ວຍ​ໄມ້​ຂອງ​ວັດ Vinh Nghiem ກາຍ​ເປັນ​ມໍລະດົກ​ຄວາມ​ຊົງ​ຈຳ​ຂອງ​ໂລກ, ບັນດາ​ສະຖານ​ທີ່​ການລຸກ​ຮື​ຂຶ້ນ Yen The ​​​ແມ່ນ​ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ ​ແລະ ຮັບ​ຂໍ້​ຕົກລົງ​ຮັບ​ຮູ້ 16 ຕາ​ແສງ ຂຶ້ນ​ກັບ​ເມ​ືອງ Hiep Hoa ​ເປັນ​ເຂດ​ປອດ​ໄພ 2. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ຮັກສາ​ບັນດາ​ມໍລະດົກ ພ້ອມ​ທັງ​ສະ​ເຫ​ນີ​ໃຫ້​ຄະນະ​ພັກ, ປະຊາຊົນ​ແຂວງ Bac Giang ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ເພື່ອ​ກໍ່ສ້າງ​ແຂວງ Bac Giang ​ໃຫ້​ນັບ​ມື້​ນັບ​ພັດທະນາ.

        “ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດ​າ​ເຜົ່າ​ຢູ່ ​ແຂວງ Bac Giang ສືບ​ຕໍ່​ສາມັກຄີ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ກ່ຽວກັບ​ມະນຸດ, ທີ່​ດິນ ​ແລະ ວັດທະນະທຳ​ຢ່າງ​ມີ​ປະສິດທິ​ຜົນ. ”

 



ຂ່າວ/ບົດ​ອື່ນ