ວັດຖຸພັນກວ່າ 3000 ຢ່າງ ໄດ້ວາງສະແດງຢູ່ງານບຸນດອກໄມ້ໃນລະດູບານໃໝ່ ປີກຸນ 2019

(VOVWORLD) -ງານບຸນດອກໄມ້ລະດູບານໃໝ່ 2019 ຈະດຳເນີນໄປຈົນຮອດວັນທີ 10 ກຸມພາ 2019.

 

ວັດຖຸພັນກວ່າ 3000 ຢ່າງ ໄດ້ວາງສະແດງຢູ່ງານບຸນດອກໄມ້ໃນລະດູບານໃໝ່ ປີກຸນ 2019 - ảnh 1ປະຕູເຂົ້າງານບຸນດອກໄມ້ລະດູບານໃໝ່ ຢູ່ ຖະໜົນເຈືອງດິ້ງ (ພາບ: TTXVN) 

ໃນຕອນຄ່ຳວັນທີ 30 ມັງກອນ, ງານບຸນດອກໄມ້ລະດູບານໃໝ່ ປີກຸນ 2019 ໄດ້ໄຂຂຶ້ນທີ່ສວນສາທາລະນະ ວັດທະນະທຳ ຕາວດ່ານ, ເມືອງ 1, ນະຄອນໂຮ່ຈີມິນ. ປີນີ້, ງານບຸນດອກໄມ້ລະດູບານໃໝ່ ຢູ່ສວນສາທາລະນະຕາວດ່ານ ໄດ້ວາງສະແດງວັດຖຸພັນກວ່າ 3000 ຢ່າງ ເຊິ່ງລວມມີດອກໄມ້ປະເພດຕ່າງໆ ເຊັ່ນ: ດອກເໝີຍ, ດອກກ້ວຍໄມ້, ດອກຈຳປາ,...; ມີດອກໄມ້ ແລະ ປາປະດັບຫຼາຍປະເພດ ທີ່ນຳມາຈາກທົ່ວທຸກພາກຂອງປະເທດ ເພື່ອມາວາງສະແດງໃຫ້ແຂກທ່ອງທ່ຽວໄດ້ເບິ່ງໄດ້ຊົມສິ່ງໃໝ່ທີ່ແປກຕາ ແລະ ເປັນລັກສະນະສະເພາະ.

ນອກຈາກເຂດວາງສະແດງແລ້ວ, ງານວາງສະແດງບັນດາຕົ້ນໄມ້ປະດັບ, ງານບຸນດອກໄມ້ລະດູບານໃໝ່ ກຳຍັງໄດ້ວາງສະແດງຂາຍຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ຂອງທີ່ລະລຶກໃຫ້ແກ່ແຂກທ່ອງທ່ຽວ ປະມານ 40 ຮ້ານ ແລະ ຍັງມີເຂດຈັດການສະແດງບັນດາການເຄື່ອນໄຫວຕ່າງໆຄື: ເຊີດສິງໂຕ, ຄອນເສີດ ແລະ ສະແດງສິລະປະອື່ນໆນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ