ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ແນະ​ນຳ​ໃນ​ຊ່ອງ​ໂທ​ລະ​ພາບ ​ພາ​ສາ ອາ​ຣັບ ຢູ່ ອາ​ນເຊ​ຣີ

(VOVWORLD) -ເນື້ອໃນຂອງສາລະຄະດີໄດ້ນຳໃຊ້ຫຼາຍຮູບພາບກ່ຽວກັບ ຫວຽດນາມ, ແນະນຳຊຸດເສື້ອຍາວ, ຄ້ອງທອງ, ເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ, ຮີດຄອງປະເພນີຂອງຊາວ ຫວຽດນາມ ໃນວັນບຸນໃຫຍ່ຕ່າງໆ, ທັດສະນີຍະພາບຢູ່ ຫວຽດນາມ, ວັດທະນະທຳອາຫານການກິນ… 
ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ແນະ​ນຳ​ໃນ​ຊ່ອງ​ໂທ​ລະ​ພາບ ​ພາ​ສາ ອາ​ຣັບ ຢູ່ ອາ​ນເຊ​ຣີ - ảnh 1ທ່າເຮືອ ຈ່າງອານ - ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຢູ່ ນິງບິ່ງ  (ພາບ: TTXVN)

ຕອນຄໍ່າວັນທີ 19 ກຸມພາ, ຊ່ອງໂທລະພາບເຕັກນິກດີຈີຕອນ ພາສາ ອາຣັບ ຂອງ ອານເຊຣີ, Jeel Dz TV, ໄດ້ສາຍສາລະຄະດີກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ອານເຊຣີ - ຫວຽດນາມ, ກໍຄືແນະນຳກ່ຽວກັບວັດທະນະທຳ, ທັດສະນີຍະພາບ, ຮີບຄອງປະເພນີ… ຂອງ ຫວຽດນາມ ເຖິງຜູ້ຊົມ ອານເຊຣີ ແລະ ປະຊາຄົມຜູ້ເວົ້າພາສາ ອາຣັບ.

        ຊ່ອງໂທລະພາບ Jeel Dz TV ໄດ້ຖ່າຍທຳສາລະຄະດີດັ່ງກ່າວ ເມື່ອກາງເດືອນ ກຸມພາ 2023 ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ອານເຊຣີ. ເນື້ອໃນຂອງສາລະຄະດີໄດ້ນຳໃຊ້ຫຼາຍຮູບພາບກ່ຽວກັບ ຫວຽດນາມ, ແນະນຳຊຸດເສື້ອຍາວ, ຄ້ອງທອງ, ເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ, ຮີດຄອງປະເພນີຂອງຊາວ ຫວຽດນາມ ໃນວັນບຸນໃຫຍ່ຕ່າງໆ, ທັດສະນີຍະພາບຢູ່ ຫວຽດນາມ, ວັດທະນະທຳອາຫານການກິນ… ໃນສາລະຄະດີເຫຼົ່ານີ້, ທ່ານ ຫງວຽນແທັ່ງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ແບ່ງປັນກ່ຽວກັບຈຸດທີ່ຄ້າຍຄືກັນ ແລະ ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ, ພິເສດແມ່ນໄດ້ເນັ້ນໜັກເຖິງຂະບວນການຮຽນຕີມວຍພື້ນເມືອງ ຫວຽດນາມ ຢູ່ ອານເຊຣີ ທີ່ພວມພັດທະນາຢ່າງແຮງ ແລະ ກາຍເປັນຈຸດເດັ່ນໃນການພົວພັນສອງຝ່າຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ