ວັດທະນະທຳທີ່ຄ້າຍຄືກັນໄດ້ສະໜິດຕິດພັນບັນດາປະເທດແມ່ຂອງ

ວັດທະນະທຳທີ່ຄ້າຍຄືກັນໄດ້ສະໜິດຕິດພັນບັນດາປະເທດແມ່ຂອງ - ảnh 1
​ງານ​ລ້ຽງ Gala Dinner
(ພາບ: TTXVN)

(vovworld) - ​​​ ຕອນ​ຄ່່ຳ​ວັນ​ທີ 25/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ພັນ​ລະ​ຍາ ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ Gala Dinner ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ຫົວ​ໜ້າ​ຄະ​ນະ ແລະ ພັນ​ລະ​ຍາ, ພ​້ອມ​ກັບ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ CLMV 8, ACMECS 7 ແລະ WEF – Mekong. ກ່າວ​ຄຳ​ເຫັນ​ທີ​ງານ​ລ້ຽງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ບັນ​ດາ​ປະ​ເທດ​ຢູ່​​​ລຽບ​ຕາມ​ແມ່​ນ້ຳ​ຂອງ ລ້ວນ​ແຕ່​ມີ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ອັນ​ຍາວ​ນານ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍສີ​ສັ​ນຊາດ ເຊິ່ງ​ໄດ້ຮັບ​ການສືບ​ທອດ​ຜ່ານ​​ຫຼາຍລຸ້ນ​​ຄົນ ດ້ວຍ​ຮູບ​​ການ​ສິ​ລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ... ຍ້ອນວັດ​ທະ​ນະ​ທຳ​ ມູນ​ເຊື້ອ​ທີ່​ຄ້າຍ​ຄື​ກັນນັ້ນ ໄດ້​ສະ​ໜິດ​ຕິດ​ພັນ​ບັນ​ດາ​ປະ​ເທ​ດ​ແມ່​ຂ້ອງ​ນຳ​ກັນ ໃນ​ຕະ​ຫຼ​ອດ​ໄລ​ຍະ​ປະ​ຫວັດ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ບົນ​ພື້ນ​ຖານ​ທີ່​ໝັ້​ນ​ຄົງ​ຍາວ​ນານນັ້ນ, ບັນ​ດາ​ປະ​ເທ​ດ​ແມ່​ຂອງ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ແລະ ເປີດກວ້າງ​ການ​ຮ່ວ​ມ​ສຳ​ພັນ​ກັບ​ບັນ​ດາ​ປະ​ເທດ, ຊົນ​ຊາດ​​​ລຽບແມ່​ນຳ​ໃຫຍ່​ 3 ສາຍ​ຄື ອາ​​ເຢ​ຢາ​ວາ​ດີ - ເຈົ້າ​ພະ​ຍາ - ແມ່​ຂອງ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ມຸ່ງ​ໄປ​ເຖິງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ໃຫ້​ປະ​ຊາ​ຊົນ 5 ປະ​ເທດ. ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ໃນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ WEF ​ກ່ຽວ​ກັບ​ພາກ​ພື້ນ​ແມ່​ຂອງ ເປັນຄັ້ງ​ທຳ​ອິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ, ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ WEF ກ່ຽວ​ກັບ​​ພາກ​ພື້​ນແມ່​ຂອງ ຈະ​ເປີດແງ່​ຫວັງ​ໃໝ່ຫຼາຍ​ຢ່າງ, ນຳ​ມາ​ເຊິ່ງ​ແຫຼ່ງ​ທຶນ​ຢ່າງ​ຫຼວງ​ຫຼາຍ, ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ບົດ​ຮຽນ​ໃນ​ກາ​ນ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ…

ຂ່າວ/ບົດ​ອື່ນ