ວັດທະນະທຳວິສາຫະກິດແມ່ນວິນຍານຂອງເຄື່ອງໝາຍການຄ້າ

(VOVWORLD) - ເນື້ອໃນຕົ້ນຕໍກ່ຽວຂ້ອງເຖິງບັນດາບັນຫາຄື: ການສ້າງວັດທະນະທຳວິສາຫະກິດ 4.0; ບັນດາວິທີການເພື່ອສ້າງວັດທະນະທຳວິສາຫະກິດ; ວັດທະນະທຳວິສາຫະກິດກະທົບເຖິງບັນດາປັດໄຈໃດໃນການບໍລິຫານວິສາຫະກິດ…
 ວັດທະນະທຳວິສາຫະກິດແມ່ນວິນຍານຂອງເຄື່ອງໝາຍການຄ້າ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ກ່າວຄຳເຫັນທີ່ພິທີ

ເວທີປາໄສ “ວັດທະນະທຳວິສາຫະກິດ - ພື້ນຖານຂອງການພັດທະນາແບບຍືນຍົງ”, ໄດ້ຖືກໄຂຂຶ້ນໃນຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ໂດຍສະຫະສະມາຄົມພັດທະນາວັດທະນະທຳ ວິສາຫະກິດ ຫວຽດນາມ ສົມທົບກັບສະມາຄົມນັກທຸລະກິດຍິງນະຄອນ ໂຮ່ຈີມິນ ຈັດຕັ້ງ, ອັນໄດ້ດຶງດູດວິສາຫະກິດກ່ວາ 500 ແຫ່ງເຂົ້າຮ່ວມ, ນັກປາຖະກະຖາພາຍໃນ ແລະ ຕ່າງປະເທດໄດ້ພົບປະ, ແບ່ງປັນບັນດາປະສົບການ, ບັນດາບົດຮຽນອັນລ້ຳຄ່າໃນວິວັດການສ້າງວັດທະນະທຳວິສາຫະກິດ. ເນື້ອໃນຕົ້ນຕໍກ່ຽວຂ້ອງເຖິງບັນດາບັນຫາຄື: ການສ້າງວັດທະນະທຳວິສາຫະກິດ 4.0; ບັນດາວິທີການເພື່ອສ້າງວັດທະນະທຳວິສາຫະກິດ; ວັດທະນະທຳວິສາຫະກິດກະທົບເຖິງບັນດາປັດໄຈໃດໃນການບໍລິຫານວິສາຫະກິດ…ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ເນັ້ນໜັກວ່າ ວັດທະນະທຳວິສາຫະກິດແມ່ນປັດໄຈສ້າງວິນຍານຂອງເຄື່ອງໝາຍການຄ້າ ແລະ ສະແດງຄວາມແຕກຕ່າງກັນກ່ຽວກັບຄຸນຄ່າຂອງວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງມານະພະຍາຍາມສູ້ຊົນເພື່ອສ້າງວັດທະນະທຳວິສາຫະກິດ, ເຊິ່ງແມ່ນປັດໄຈຕັດສິນໄຊຊະນະຂອງວິສາຫະກິດໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ