ວິທີການແກ້ໄຂກ່ຽວກັບແຫຼ່ງທຶນສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ

(VOVWORLD) -ພາກລັດ ຄວນມີການປະຕິຮູບກ່ຽວກັບກອບນະໂຍບາຍ, ກົດໝາຍ, ການຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມດໍາເນີນທຸລະກິດ

ວິທີການແກ້ໄຂກ່ຽວກັບແຫຼ່ງທຶນສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ - ảnh 1ເວທີປາໄສ ດ້ວຍຫົວຂໍ້ວ່າ “ວິທີການແກ້ໄຂກ່ຽວກັບການຊຸກຍູ້ບັນດາແຫຼ່ງທຶນສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ 

(ພາບ: vov.vn)

ຕອບບ່າຍວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ໄດ້ຈັດຕັ້ງ ເວທີປາໄສ ດ້ວຍຫົວຂໍ້ວ່າ “ວິທີການແກ້ໄຂກ່ຽວກັບການຊຸກຍູ້ບັນດາແຫຼ່ງທຶນສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ແນໃສ່ປຶກສາຫາລືບັນດາບັນຫາ ທີ່ກ່ຽວຂ້ອງເຖິງວິສາຫະກິດ ແລະ ທະນາຄານ ເມື່ອຍັງບໍ່ທັນຊອກຫາທັດສະນະລວມກ່ຽວກັບການສໍາຜັດກັບແຫຼ່ງທຶນໄດ້້ເທື່ອ.

        ຕາມບັນດານັກຊ່ຽວຊານແລ້ວ, ວິທີການແກ້ໄຂ ແມ່ນເພື່ອແກ້ໄຂບັນຫາແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ນ້ອຍສຸດ. ດັ່ງນັ້ນ, ພາກລັດ ຄວນມີການປະຕິຮູບກ່ຽວກັບກອບນະໂຍບາຍ, ກົດໝາຍ, ການຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມດໍາເນີນທຸລະກິດ; ສົ່ງເສີມການປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຢີ 4.0 ທີ່ເຂັ້ມແຂງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ