ວິ​ທະ​ຍຸ ABC ຂອງ​ອົດ​ສະ​ຕາ​ລີ ເນັ້ນ​ໜັກ​ຄວາມ​ໝາຍ​ເຕົ້າ​ໂຮມ​ກັນ ໃນ​ບຸນ​ເຕັດ​ປະ​ຈຳ​ຊາດ​ຫວຽດ​ນາມ

(VOVWORLD) - ນີ້ແມ່ນໂອກາດ ເພື່ອພົບປະກັບນັກສຶກສາ ແລະ ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອົດສະຕາລີ. ພ້ອມກັບບັນດາເພື່ອນມິດຫວຽດນາມ ແລະ ຕ່າງປະເທດ, ເຂົາເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານຂອງບ້ານເກີດເມືອງນອນຄື: ເຂົ້າຕົ້ມ, ຢໍ່ຈືນ, ບັນກວັນ….
ວິ​ທະ​ຍຸ ABC ຂອງ​ອົດ​ສະ​ຕາ​ລີ ເນັ້ນ​ໜັກ​ຄວາມ​ໝາຍ​ເຕົ້າ​ໂຮມ​ກັນ ໃນ​ບຸນ​ເຕັດ​ປະ​ຈຳ​ຊາດ​ຫວຽດ​ນາມ - ảnh 1

 (ພາບ: Nguyễn Minh/TTXVN ປະຈຳ Sydney)

   ໃນສະພາບໂລກລະບາດໂຄວິດ 19 ອີກເທື່ອໜຶ່ງໄດ້ເຮັດໃຫ້ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ບໍ່ສາມາດກັບເມືອປະເທດ ຕ້ອນຮັບບຸນເຕັດພ້ອມກັບຄອບຄົວໄດ້, ວິທະຍຸ ABC ໄດ້ອອກອາກາດບົດສາລະຄະດີໃນໂອກາດນີ້ ໃນນັ້ນ ໄດ້ ເນັ້ນໜັກຄວາມໝາຍເຕົ້າໂຮມກັນ ໃນບຸນເຕັດປະຈຳຊາດຫວຽດນາມ.

  ບົດສາລະຄະດີໄດ້ຄັດສະເໜີຄຳເວົ້າຂອງເອື້ອຍ Marianne Bogard ຜູ້ທີ່ກຳເນີດຢູ່ຫວຽດນາມ ແລະ ດຳລົງຊີວິດຢູ່ນະຄອນ Sydney ປະເທດອົດສະຕາລີ ໂດຍໃຫ້ຮູ້ວ່າ: ເອື້ອຍຄິດຮອດບ້ານເກີດເມືອງນອນທີ່ສຸດ, ຄິດເຖິງບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາ.

   ສ່ວນອ້າຍ ບິງງວຽນ ໄດ້ຂັບລົດຈາກ Sydney ໄປນະຄອນຫຼວງ Canberra ເພື່ອເຂົ້າຮ່ວມບຸນເຕັດປະຊາຄົມໂດຍສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ຈັດຂຶ້ນ ໃຫ້ຮູ້ວ່າ: ນີ້ແມ່ນໂອກາດທີ່ດີ ເພື່ອພົບປະກັບນັກສຶກສາ ແລະ ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອົດສະຕາລີ. ພ້ອມກັບບັນດາເພື່ອນມິດຫວຽດນາມ ແລະ ຕ່າງປະເທດ, ເຂົາເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານຂອງບ້ານເກີດເມືອງນອນຄື: ເຂົ້າຕົ້ມ, ຢໍ່ຈືນ, ບັນກວັນ….

ຕອບກັບ

ຂ່າວ/ບົດ​ອື່ນ