ວິທະຍຸກະຈາຍສຽງ ຫວຽດນາມ ສະເໜີຕໍ່ຜູ້ຟັງຊ່ອງ VOV ຈາລະຈອນ ແມ່ຂອງ FM 90 MHz

(VOVWORLD) - ວັນທີ 14 ກໍລະກົດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສົມທົບກັບສະຖານີວິທະຍຸກະຈາຍສຽງ - ໂທລະພາບນະຄອນ ເກີນເທີ ຈັດຕັ້ງພິທີປະກາດຊ່ອງກະຈາຍສຽງ ແມ່ຂອງ FM ຄວາມຖີ່ 90 MHz ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. 
 
ວິທະຍຸກະຈາຍສຽງ ຫວຽດນາມ ສະເໜີຕໍ່ຜູ້ຟັງຊ່ອງ VOV ຈາລະຈອນ ແມ່ຂອງ FM 90 MHz - ảnh 1 ພິທີສະເໜີຕົວຊ່ອງ VOV ຈາລະຈອນ ແມ່ຂອງ

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ VOV ໄດ້ຊີ້ແຈ້ງວ່າ:

        “ໂດຍສືບຕໍ່ຜົນສຳເລັດຂອງຊ່ອງ VOV ຈາລະຈອນ ຮ່າໂນ້ຍ, ຊ່ອງ VOV ຈາລະຈອນ ໂຮ່ຈີມິນ, ຊ່ອງ VOV ຈາລະຈອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ທີ່ມີຊື່ວ່າ: ແມ່ຂອງ FM ໄດ້ຮັບຄວາມຫວັງຈະກາຍເປັນຜະລິດຕະພັນກະຈາຍສຽງທີ່ດູດດື່ມ, ມີຄວາມໄວ້ເນື້ອເຊື່ອໃຈ, ຮັບໃຊ້ຜູ້ຟັງກ່ວາ 20 ລ້ານຄົນຂອງ 13 ແຂວງ, ນະຄອນຢູ່ພາກໃຕ້ ຫວຽດນາມ. ແມ່ຂອງ FM ອອກອາກາດຢູ່ ເກີນເທີ, ປົກຄຸມຄື້ນໄປທົ່ວເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ມີບັນດາລາຍການອອກອາກາດໃນ 24/24 ຊົ່ວໂມງ, VOV ຫວັງວ່າ, ຊ່ອງຈາລຄຈອນແມ່ຂອງ FM ຈະນຳມາເຊິ່ງບັນດາຂໍ້ມູນຂ່າວສັງລວມ, ແທດຈິງ, ມີຊີວິດຊີວາ ແລະ ມີຜົນປະໂຫຍດກ່ຽວກັບວັດທະນະທຳ, ສັງຄົມ, ເສດຖະກິດ, ການບັນເທິງ, ແມ່ນເພື່ອນຮ່ວມເດີນທາງທີ່ສະໜິດສະໜົມຂອງປະຊາຊົນແຕ່ລະຄົນຢູ່ຕາມເສັ້ນທາງເຂດພາກໃຕ້ ທີ່ສວຍງາມ, ຮັກແພງແຂກຄົນ, ໄດ້ ແລະ ພວມແມ່ນຈຸດນັດພົບທີ່ດູດດື່ມຂອງປະຊາຊົນໃນທົ່ວປະເທດ  ແລະ ເພື່ອນມິດສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ