ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ

(VOVWORLD) - ຕອນເຊົ້າວັນທີ 28 ພະຈິກ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫງວຽນຕ໊ຽນລອງ ຫົວໜ້າພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ນຳໜ້າມາອວຍພອນທ່ານເອກອັກຄະລັດຖະທູດ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (02/12/1975 – 02/12/2019).
ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ - ảnh 1ຄະນະຜູ້ແທນ VOV5 ອວຍພອນວັນຊາດ ລາວ

        ຕາງໜ້າໝູ່ຄະນະພະນັກງານ, ນັກຂ່າວ, ບັນນາທິການ VOV, ທ່ານ ຫງວຽນຕ໊ຽນລອງ ໄດ້ຊົມເຊີຍພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ຜົນງານຕ່າງໆພາຍຫລັງ 44 ປີແຫ່ງວັນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຫວັງວ່າ ປະເທດ ລາວ ຈະນັບມື້ນັບພັດທະນາໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນກ່ວາອີກ.

ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ - ảnh 2ທ່ານ ຫງວຽນຕ໊ຽນລອງ ຫົວໜ້າ VOV5 ມອບຂອງຂວັນເປັນທີ່ລະນຶກ ໃຫ້ທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

        ທ່ານ ຫງວຽນຕ໊ຽນລອງ ກໍ່ໃຫ້ຮູ້ວ່າ: ຍຸດທະສາດການພັດທະນາຖະແຫຼງຂ່າວໃຫ້ຕ່າງປະເທດໃນຊຸມປີຈະມາເຖິງຂອງ ຫວຽດນາມ ແມ່ນເອົາໃຈໃສ່ເປັນພິເສດດ້ານຊັບພະຍາກອນມະນຸດ, ຂໍ້ມູນຂ່າວສານ, ພາຫະນະອຸປະກອນ ແລະ ເຕັກໂນໂລຢີໃຫ້ ລາວ, ກຳປູເຈຍ. VOV ຫວັງວ່າ: ສະຖານທູດ ລາວ ກໍ່ຄືໃນນາມສ່ວນຕົວທ່ານເອກອັກຄະລັດຖະທູດ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ສື່ມວນຊົນ ຫວຽດນາມ ເວົ້າລວມ ແລະ VOV ເວົ້າສະເພາະ ເພື່ອປະຕິບັດຍຸດທະສາດການພັດທະນາຖະແຫຼງຂ່າວໃຫ້ຕ່າງປະເທດໃຫ້ສຳເລັດ. ທ່ານ ຫງວຽນຕ໊ຽນລອງ ກ່າວວ່າ:

        “ປີ 2020 ແມ່ນປີ ຫວຽດນາມ ເປັນປະທານ ອາຊຽນ, ແມ່ນປີທີ່ມີການເຄື່ອນໄຫວພົວພັນຕ່າງປະເທດຫລາຍຢ່າງ. ພວກຂ້າພະເຈົ້າຫວັງວ່າ: ສະຖານທູດ ລາວ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພະນັກງານ, ນັກຂ່າວຂອງ VOV. ພິເສດແມ່ນລາຍການກະຈາຍສຽງພາກພາສາລາວ ໄດ້ເກັບກຳຂໍ້ມູນກ່ຽວກັບບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ ລາວ ຢູ່ ຫວຽດນາມ ແລະ ຢູ່ ລາວ ເພື່ອສາມາດສະໜອງຂໍ້ມູນຂ່າວສານກ່ຽວກັບການພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ - ảnh 3ທ່ານເອກອັກຄະລັດຖະທູດສະຖານທູດ ລາວ ປະຈຳ ຮ່າໂນ້ຍ  ໃຫ້ການຕ້ອນຮັບ ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ

        ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແບ່ງປັນວ່າ: ໃນໄລຍະຈະມາເຖິງ, 2 ພັກ ແລະ 2 ລັດຈະຈັດຕັ້ງບັນດາການເຄື່ອນໄຫວສຳຄັນ, ພິເສດແມ່ນໃນປີ 2020 ແມ່ນປີ ຫວຽດນາມ ເປັນປະທານ ອາຊຽນ. ດັ່ງນັ້ນ, ສະຖານທູດ ລາວ ຈະຮ່ວມມືຢ່າງແໜ້ນແຟ້ນກັບ VOV, ພິເສດແມ່ນ VOV5 ໃນການເກັບກຳຂໍ້ມູນ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນ ລາວ, ຫວຽດນາມ ແລະ ປະຊາຊົນໃນໂລກຢ່າງວ່ອງໄວ, ທັນການ, ຊັດເຈນ. ທ່ານ ແສງເພັດ ຮຸ່ງບຸນຍວງ ກ່າວວ່າ:

ຕອບກັບ

ຂ່າວ/ບົດ​ອື່ນ