ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ ເຊັ່ນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ການ​ສື່​ສານ​ໃນ​ຂົງ​ເຂດ​ມະ​ນຸດ​ສະ​ທຳ

(VOVWORLD) -ຕອນບ່າຍວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີເຊັ່ນບັດບັນທຶກຊ່ວຍຈຳ ກ່ຽວກັບການສົມທົບກັນເຄື່ອນໄຫວໄລຍະ 2024-2027 ລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ສູນກາງສະພາກາແດງ ຫວຽດນາມ.
 
ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ ເຊັ່ນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ການ​ສື່​ສານ​ໃນ​ຂົງ​ເຂດ​ມະ​ນຸດ​ສະ​ທຳ - ảnh 1ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV5)

    ຕາມນັ້ນແລ້ວ, ສອງຝ່າຍຈະສົມທົບກັນໃນ 6 ເນື້ອໃນ, ໃນນັ້ນ ມີການໂຄສະນາກ່ຽວກັບບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການເຄື່ອນໄຫວມະນຸດສະທຳ ແລະ ວຽກງານກາແດງ, ແຜ່ຂະຫຍາຍກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ບັນດາຂໍ້ກຳນົດຂອງ ຫວຽດນາມ ກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳຢູ່ພາຍໃນ ແລະ ຕ່າງປະເທດ; ໂຄສະນາ ແລະ ຂົນຂວາຍແຫຼ່ງກຳລັງໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ ໂດຍສະພາກາແດງ ຫວຽດນາມ ເປັນປະທານ, ສົມທົບກັນເຂົ້າຮ່ວມ; ຖືເປັນສຳຄັນບັນດາການເຄື່ອນໄຫວຖະແຫຼງຂ່າວມະນຸດສະທຳໃນ ປຊຊ ທຸກຊັ້ນຄົນ, ໄວໜຸ່ມ, ນັກທຸລະກິດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ… ສົມທົບຊ່ອງໂຄສະນາຂອງແຕ່ລະຝ່າຍຢ່າງມີປະສິດທິຜົນ, ພິເສດ ໃນບັນດາລາຍການກະຈາຍສຽງດ້ວຍພາສາຕ່າງປະເທດ ຂອງວິທະຍຸກະຈາຍສຽງ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

   ພິທີເຊັນມື້ນີ້ ແມ່ນໂອກາດເພື່ອໃຫ້ວິທະຍຸກະຈາຍສຽງຫວຽດນາມ ໄດ້ໂຄສະນາຢ່າງເລິກເຊິ່ງກ່ວາ, ຮອບດ້ານກ່ວາ ບັນດາການເຄື່ອນໄຫວມະນຸດສະທຳ. ພວກເຮົາຈະພ້ອມກັນປະຕິບັດສຳເລັດໜ້າທີ່ຂອງວິທະຍຸກະຈາຍສຽງຫວຽດນາມ ແລະ ພາລະໜ້າທີ່ກໍ່ຄືພາລະກຳຂອງສະພາກາແດງ ຫວຽດນາມ. ຄືແນວນັ້ນ, ພວກເຮົາກໍ່ໄດ້ປະກອບສ່ວນທີ່ເລກນ້ອຍ ເພື່ອສ້າງສາປະເທດຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ