ວິທະຍຸກະຈາຍສຽງຫວຽດນາມ ຕອບສະໜອງວັນກະຈາຍສຽງໂລກ

ວິທະຍຸກະຈາຍສຽງຫວຽດນາມ ຕອບສະໜອງວັນກະຈາຍສຽງໂລກ - ảnh 1
ສຳນັກງານວິທະຍຸກະຈາຍສຽງຫວຽດນາມ

(vovworld) - ມື້​ນີ້, ວັນ​ທີ 13/2, ທົ່ວ​ໂລກ​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ໂລກ​ຄັ້ງ​ທີ 2, ​ເພື່ອ​ຕອບ​ສະໜອງ​ເຫດການ​ດັ່ງ​ກ່າວ. ສະຖານີ​ວິທະຍຸ​ກະຈາຍສຽງ 7 ​ແຫ່ງ​ໃນ​ໂລກ ​ໄດ້​ມີ​ບັນດາ​ລາຍການ​ຖ່າຍ​ທອດ​ສົດ ອອກ​ອາກາດ​ຈາກ​ສຳນັກງານ​ອົງການ UNESCO. ສະ​ເພາະ​​ອົງການ UNESCO ​ເອງ​ ກໍ່​ໄດ້​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ຄຸນຄ່າ​ດ້ານ​ກະຈາຍສຽງ”, “ການ​ຮັບປະກັນ​ຄວາ​ມປອດ​ໄພ​ໃຫ້​ແກ່​ບັນດາ​ນັກ​ຂ່າວ” ​ແລະ ອື່ນໆ.​​..​ ທ່ານ Alain Masse ຜູ​້ອຳ​ນວນ​ການ​ໃຫຍ່ ສະຫະ​ສະມາຄົມ​ກະຈາຍສຽງ ​ແລະ ​ໂທລະພາບ​ສາກົນ​ໃຫ້​ຮູ້​ວ່າ:

“ທຸກໆ​ລະບົບ​ກະຈາຍສຽງ​ຂ​ອງ ວິທະຍຸ​ກະຈາຍສຽງ ຫວຽດນາມ ກໍ່​ຄື​ບັນດາ​ສະຖານີ​ວິທະຍຸ​ກະຈາຍສຽງ​ໃນ​ໂລກ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ໂລກ. ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ສາກົນ​ເຕົ້າ​ໂຮມ​ບັນດາ​ສະຖານີ​ວິທະ​ຍຸ​ກະຈາຍສຽງ, ​ໃນ​ນັ້ນ ມີ​ຫວຽດນາມ ​ເຂົ້າ​ຮ່ວມ, ທາງ​ຄະນະ​ກຳມະການ​ດັ່ງ​ກ່າວ​ໄດ້​ສ້າງ​ໃຫ້​ມີ​ລະບົບ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຜ່ານແວບ​ໄຊ ດ້ວຍ​ລະຫັດ www.wrd 2013.com” ​ເພື່ອ​ຊ່ວຍ​ໃຫ້​ທຸກໆ​ຄົນ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ ສຳລັບ​ບັນດາ​ລາຍການ​ກະຈາຍສຽງ ດ້ວຍ​ພາສາ​ຕ່າງໆ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 25 ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ລະບົບ​ລາຍການ​ພິ​ເສດ​ນີ້.”

​ແລະ​ກໍ່​ໃນ​ວັນ​ທີ 13/2, ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ໄດ້​ສະ​ເໜີ​ຕໍ່​ຜູ້​ອ່ານ​ກ່ຽວ​ກັບ ​ແວບ​ໄຊ radio.vietnam.vn. ​ແວບ​ໄຊ​ນີ້​ແນ​ະນຳ​ບັນດາ​ລາຍການ​ຂອງ 63 ສະຖານີ​ວິທະຍຸ​ຂອງ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ບັນດາ​ລາຍການ​ກະຈາຍສຽງ​ໂທລະພາບ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ ຫງວຽນ​ຈ້ອງ​ຮວນ, ຮອງ​ຜູ້ອຳນວຍການ​ລະບົບ​ລາຍການ​ກະຈາຍສຽງ ຈາ​ລະ​ຈອນ VOV ​ເວົ້າ​ວ່າ:

“ປະຈຸ​ບັນ, ​ບັນດາ​ເຄື່ອງ​ເອ​ເລັກ​ໂຕ​ນິກມື​ຖື, ຜ່ານ​ລະບົບ ອີນ​ເຕີ​ເນັດ..​.​ ພວກ​ເພື່ອນ​ສາມາດ​ຮັບ​ຟັງ Radio ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. Radio ​ນີ້​ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຢູ່​ທຸກ​ແທບ​ຖີ່​ນທົ່ວ​ປະ​ເທດ ​ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ”

 

ຂ່າວ/ບົດ​ອື່ນ