ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ - ​​ຜູກ​ພັນກັບ​ຜູ້​ຟັງ​ລັດ​ເຊຍ

(VOVWORLD) -ໃນຕະຫຼອດໄລຍະ 75 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ບັນດາລາຍການຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຂ້າມພົມແດນນຳເອົາຂ່າວສະຖານະການ, ບັນດາລາຍການສິລະປະວັນນະຄະດີ, ດົນຕີທີ່ເປັນເອກະລັກສະເພາະ ໄປສະເໜີໃຫ້ທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ, ໃນນັ້ນ ມີສະຫະພັນລັດເຊຍ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ - ​​ຜູກ​ພັນກັບ​ຜູ້​ຟັງ​ລັດ​ເຊຍ - ảnh 1 ທ່ານນາງ Sventlana Glazunova - ຄູສອນພາສາ ຫວຽດ ຢູ່ ພະແນກພົວພັນສາກົນ - ສະຖາບັນການຕ່າງປະເທດ ລັດເຊຍ.


       
 ສຳລັບ ທ່ານຜູ້ຟັງລັດເຊຍ ແລ້ວ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນລາຍການທີ່ລື້ງເຄີຍຜ່ານສຳນຽງສຽງເວົ້າທີ່ຖືກຕ້ອງໃນລາຍການອອກອາກາດ ແລະ ຄຸນນະພາບຂອງຂໍ້ມູນຂ່າວສານ ແມ່ນສິ່ງທີ່ດຶງດູດໃຫ້ເຂົາເຈົ້າຟັງວິທະຍຸ.

        “ຂ້າພະເຈົ້າເລີ່ມຟັງວິທະຍຸກະຈາຍສຽງຫວຽດນາມ ມາແຕ່ດົນແລ້ວ, ນັບແຕ່ຕອນຍັງເປັນນັກສຶກສາ. ພວກຂ້າພະເຈົ້າຟັງວິທະຍຸ ຕົ້ນຕໍແມ່ນເພື່ອແອບຟັງເພື່ອໃຫ້ມີຄວາມເຂົ້າໃຈ. ປະໂຫຍດທີ່ວ່າ “ທີ່ນີ້, ວິທະຍຸກະຈາຍສຽງຫວຽດນາມ, ກະຈາຍສຽງຈາກຮ່າໂນ້ຍ, ນະຄອນຫຼວງຂອງປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແມ່ນປະໂຫຍກທີ່ລື້ງເຄີຍທີ່ສຸດ. ບັນດາລາຍການຂອງວິທະຍຸກະຈາຍສຽງຫວຽດນາມ ມ່ວນດີ ແລະ ມີປະໂຫຍດ”.

        ນັ້ນແມ່ນຄຳແບ່ງປັນຂອງທ່ານນາງ Sventlana Glazunova - ຄູສອນພາສາ ຫວຽດ ຢູ່ ພະແນກພົວພັນສາກົນ - ສະຖາບັນການຕ່າງປະເທດ ລັດເຊຍ. ທ່ານນາງ ໃຫ້ຮູ້ວ່າ ທ່ານນາງບໍ່ພຽງແຕ່ຟັງບັນດາລາຍການສະຖານະການຂອງ ວິທະຍຸກະຈາຍສຽງຫວຽດນາມເທົ່ານັ້ນ, ຫາກຍັງຮັບຟັງບັນດາລາຍການວັດທະນະທຳ, ດົນຕີ ເພື່ອມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະເພນີ ແລະ ວັດທະນະທຳ ຂອງຫວຽດນາມ.

        ສ່ວນຕາມການແບ່ງປັນຂອງທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ  Vladimir Kolotov, ຜູ້ອຳນວຍການສະຖາບັນໂຮ່ຈີມິນ ສັງກັດ ມະຫາວິທະຍາໄລສັງລວມ Saint. Peterburg - ລັດເຊຍ ແລ້ວ, ທ່ານກໍເລີ່ມຟັງວິທະຍຸກະຈາຍສຽງຫວຽດນາມມາ ແຕ່ຄາວຍັງເປັນນັກສຶກສາ ເມື່ອປີ 1990 ຈົນເຖິງປັດຈຸບັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານຄົ້ນຄວ້າຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ