ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ປັບປຸງດ້ານເນື້ອໃນ, ຮູບການໂຄສະນາ

ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ປັບປຸງດ້ານເນື້ອໃນ, ຮູບການໂຄສະນາ - ảnh 1
(ທ່ານຜູ້ອຳ​ນວຍການ​ໃຫຍ່ VOV ຫງວຽນດັງຕ໋ຽນ ແລະ
ທ່ານ​ຮອງ​ຜູ້ອຳ​ນວຍການ​ໃຫຍ່ VOV ຫວູຫາຍ)


(vovworld) -     ຕອນ​ເຊົ້າ​ວັນ​ທີ 17/01, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ​ເຮືອນ​ເລດ​ທີ 58 ຖະໜົນ​ກ໋ວານຊື໋, ຮ່າ​ໂນ້ຍ, ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ (VOV) ​ໄດ້​ຈັດກອງ​ປະຊຸມສະຫຼຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍໜ້າ​ທີ່​ປີ 2013. ປີ 2012, VOV ​ໄດ້​ປະຕິບັດສຳ​ເລັດ​ໜ້າ​ທີ່​ການ​ເມືອງ​​ເຊິ່ງໄດ້ຮັບມອບ​ໝາຍ​ເປັນ​ຢ່າງ​ດີ; ອັບ​ເດັດ ​ແລະ ​ໃຫ້ຂ່າວຢ່າງ​ວ່ອງ​ໄວ, ຄົບ​ຖ້ວນ​ຮອບດ້ານ​ກ່ຽວ​ກັບ​ຊີວິດ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ສາກົນ; ຍົກ​ສູງຄຸນ​ນະພາ​ບ, ປ່ຽນ​ໃໝ່​ຮູບ​ແບບ​ການສະ​ແດງ, ປະກອບສ່ວນ​ເພີ່ມ​ປະສິດ​ທິຜົນ​ວຽກ​ງາ​ນ​ໂຄສະນາ. ຄຽງ​ຂ້າງ​ນັ້ນ, VOV ຍັງ​ຍາດ​ໄດ້ຮັບ​ລ້າງ​ວັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ລາງວັນ​ອີກ​ດ້ວຍ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ຜູ້ອຳ​ນວຍການ​ໃຫຍ່ VOV ຫວູຫາຍ ​ເນັ້ນ​ໜັກ​​ເຖິງ 16 ໜ້າ​ທີ່​ຈຸດ​ສຸມ​ຂອງ VOV ​ໃນ​ປີ 2013​, ​ໃນ​ນັ້ນ​ມີ​ເລື່ອງ​ປັບປຸງ, ປ່ຽນ​ໃໝ່​ບັນດາ​ລາຍການ, ຄໍ​ລຳ ມຸ່ງ​ໄປ​ສູ່​ມະຫາຊົນ, ຖື​ມະຫາຊົນ​ເປັນ​ໃຈກາງ. ທ່ານ​ຮອງ​ຜູ້ອຳ​ນວຍການ​ໃຫຍ່ ຫວູຫາຍ ​​ໃຫ້​ຮູ້​ວ່າ.

        “VOV ຈະ​ສ້າງ​ສະຖານີ​ສົ່ງ​ສັນຍາ​ຂະໜາດ​ກາງ​ ​ແລະ ນ້ອຍຢູ່​ບັນດາ​​ແຂວງ​ໃນ​ເຂດພູດອຍ, ​ບັນດາ​ເຂດ​ທີ່​ຮັບ​ສັນຍານ​ຍາກ. ພ້ອມ​ທັງ​ເພີ່ມ​ທະວີ​ຄຸນ​ນະພາ​ບສັນຍານ FM ລະບົບ​ສາ​ຖະນາ​ການ - ການ​ເມືອງ VOV1 ຢູ່​ຮ່າ​ໂນ້ຍ, ​ເພີ່ມ​ສັນຍານ FM ຢູ່ ​ເກີນ​ເທີ, ​ເພີ່ມ​ສັນຍານ FM ​ຢູ່​ດາ​ນັ້ງ, ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກະຈາຍສຽງ​ອາຊີ ​ແລະ ກອງ​ປະຊຸມ​ກະຈາຍສຽງ​​ຄົມ​ມະ​ນາ​ຄົມ​ສາກົນ 2013; ຂໍ້ຄຳ​ເຫັນຂອງ​ນາຍົກລັດຖະມົນຕີ ​ແລະ ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ເລື່ອງ​ເປີດ​ກວ້າງບັນດາ​ອົງການ​ຕາງ​ໜ້າ​ຂອງ VOV ປະຈຳ​ຕ່າງປະ​ເທດ ​ແລະ ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ”.

ຂ່າວ/ບົດ​ອື່ນ