ວິທະຍຸກະຈາຍສຽງຫວຽດນາມ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ(7/9/1945 - 7/9/2020)

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ; ຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ພະແນກສະຖານະການການເມືອງ (VOV 1); ຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5).

ວິທະຍຸກະຈາຍສຽງຫວຽດນາມ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ(7/9/1945 - 7/9/2020) - ảnh 1ລາຍການສະແດງສິລະປະ ໃນພິທີສະເຫລີມສະຫລອງ  

ຕອນບ່າຍວັນທີ 6 ກັນຍາ ຢູ່ ສູນກະຈາຍສຽງແຫ່ງຊາດ ທີ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ (7/9/1945 - 7/9/2020). ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານ ເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດີງເຫ້ວ ພ້ອມກັບຜູ້ຕາງຫນ້າຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບາງກະຊວງ, ຂະແຫນງການ, ອົງການຈັດຕັ້ງສູນກາງ ແລະ ນະຄອນຫລວງຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ ສປປ ລາວ, ອິນເດຍ, ອິນໂດເນເຊຍ, ກຳປູເຈຍ. ກ່າວຄຳເຫັນນະພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ໃນໄລຍະ 75 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເຕີບໃຫຍ່ກະໂດດຂັ້ນໃນທຸກດ້ານ. ກ່ອນນີ້ ພຽງແຕ່ເຮັດວຽກງານກະຈາຍສຽງເທົ່ານັ້ນ ແຕ່ມາຮອດປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ມີຊ່ອງໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ, ກາຍເປັນອົງການສື່ມວນຊົນມີຫລາຍປະເພດ, ຫລາຍພາຫະນະ. ປະຈຸບັນ, VOV ໄດ້ຢັ້ງຢືນບົດບາດແມ່ນໜຶ່ງໃນບັນດາອົງການກະບອກສຽງສຳຄັນແຖວໜ້າຂອງປະເທດຊາດ, ແມ່ນສຽງເວົ້າຂອງພັກ , ລັດ ແລະ ປະຊາຊົນ ຫວຽດນາມ, ແມ່ນຂົວເຊື່ອມຕໍ່ມິດຕະພາບ, ສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈເຊື່ອມຕໍ່ ຫວຽດນາມ ກັບ ເພື່ອນມິດສາກົນ.

ວິທະຍຸກະຈາຍສຽງຫວຽດນາມ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ(7/9/1945 - 7/9/2020) - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫລຽນໄຊ ແຮງງານຊັ້ນໜຶ່ງໃຫ້ແກ່VOV

ແລະກໍ່ໃນພິທີສະເຫຼີມສະຫຼອງ, ທ່ານ ຫງວຽນເທ໊ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຊີ້ແຈ້ງວ່າ:

ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ 75 ປີ, ໝູ່ພະນັກງານ, ນັກຂ່າວ, ບັນນາທິການ, ນັກສິລະປິນ, ລັດຖະກອນຂອງ VOV ໄດ້ ແລະ ພວມສູ້ຊົນຢ່າງຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່, ສ້າງ VOV ກາຍເປັນອົງການສື່ມວນຊົນຫລາຍປະເພດຢ່າງແທດຈິງ, ຮັກສາທີ່ຕັ້ງເປັນອົງການສື່ມວນຊົນສຳຄັນແຖວໜ້າຂອງພັກ, ລັດ ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ ກັບ ເພື່ອນມິດສາກົນ.

ວິທະຍຸກະຈາຍສຽງຫວຽດນາມ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ(7/9/1945 - 7/9/2020) - ảnh 3ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5)

ຕາງໜ້າການນຳພັກ, ລັດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ; ຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ພະແນກສະຖານະການການເມືອງ (VOV 1); ຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5).

ຕອບກັບ

ຂ່າວ/ບົດ​ອື່ນ