ວິທະຍຸກະຈາຍສຽງຫວຽດນາມປັບປຸງບັນດາຊ່ອງກະຈາຍສຽງແລະໂທລະພາບຕາມທິດສະເພາະພິເສດ

ວິທະຍຸກະຈາຍສຽງຫວຽດນາມປັບປຸງບັນດາຊ່ອງກະຈາຍສຽງແລະໂທລະພາບຕາມທິດສະເພາະພິເສດ - ảnh 1
ທ່ານ ຫງວຽນ​ດັງ​ຕຽນ ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​

(vovworld)-  ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ VOV ທີ່​ຖືກ​ຍົກ​ອອກ​ໃນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2014 ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 16/1 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ດັງ​ຕຽນ ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ປີ 2014, ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ຍົກ​ສູງ​ຄຸນ​ນະພາ​ບ​ເນື້ອ​ໃນ​ລາຍການ​ກະຈາຍສຽງ ​ແລະ ບັນດາ​ລາຍການ​ອື່ນ ຂອງ 4 ປະ​ເທດ​ສື່​ມວນ​ຊົນ​​ໃຫ້​ດີກ​ວ່າ, ຕາມ​ຮູບ​ການ​ກ້າວຫນ້າ, ທັນ​ສະ​ໄຫມ. ທ່ານ ຫງວຽນ​ດັງ​ຕຽນ ກ່າວ​ວ່າ:“ສຸມ​ໃສ່​ສ້າງ​​ແບບຢ່າງ​ດີ​ເດັ່ນ​ໃນ VOV ​ແລະ ນາມມະຍົດ ປາກກາ​ຂອງ VOV ​ແລະ ບັນດາ​ຫນ້າ​ວຽກ​ທີ່​ລະອຽດ ນັ້ນ​ແມ່ນ​ສ້າງ​ຊ່ອງ​​ໂທລະພາບ​ສະພາ​ແຫ່ງ​ຊາດ, ຊັບຊ້ອນ​ດັດ​ປັບ​ຊ່ອງ​​ໂທລະພາບ VOV ທັນ​ສະ​ໄຫມ. ຕ້ອງ​ລົງທຶນ​ເພື່ອ​ເຮັດ​​ແນວ​ໃດ​ໃຫ້​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ມີ​ສີສັນ​ສະ​ເພາະ ​ແຕ່​ໃກ້ຊິດ​ຕິດ​ແທດ​ກັບ​ປະຊາຊົນ, ຜັນ​ຂະ​ຫຍາ​ຍ​ແຜນ​ຮ່າງ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ຊ່ອງ​ກະຈາຍສຽງ​ພາ​ສາ​ຊົນ​ເຜົ່າ​ແຫ່ງ​ຊາດ, ສ້າງ​ແຜນ​ຮ່າງ​ສັງ​ລວມຍຸດ​ທະ​ສາດ​ກະຈາຍສຽງ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່​ແຂວງ ກວ໋າງນີງ, ອົງການ​ຕາງຫນ້າ​ຢູ່ ​ເຊັກ ​ແລະ ກະກຽມ​ຈັດ​ຕັ້ງ​ງານ​ມະ​​ໂຫລານ​ກະຈາຍສຽງ​ປີ 2014 ​ເປັນ​ຢ່າງ​ດີ.”

ຂ່າວ/ບົດ​ອື່ນ