ວິທະຍຸກະຈາຍສຽງຫວຽດນາມພົບປະ ຄະນະຜູ້ແທນນັກຮົບກຳລັງຍອດຢ້ຽມ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມພົບປະ ຄະນະຜູ້ແທນນັກຮົບກຳລັງຍອດຢ້ຽມ ຫວຽດນາມ - ảnh 1
( ​ວິທະ​ຍຸກະຈາຍ​ສຽງ​ຫວຽດນາມ​​ຕ້ອນຮັບ​ບັນດາ​ອະ​ດີດ​ນັກຮົບ​ກຳລັງຍອດ​ຢ້ຽມ )
( vovworld ) ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ້ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ (27/7/1947-27/7/2012). ຕອນ​ເຊົ້າ​ວັນ​ທີ  11/7, ຢູ່ ຮ່າ​ໂນ້ຍ, ການ​ນຳ​ວິທະ​ຍຸກະຈາຍ​ສຽງ​ຫວຽດນາມ​ໄດ້​ຕ້ອນຮັບ​ບັນດາ​ອະ​ດີດ​ນັກຮົບ​ກຳລັງຍອດ​ຢ້ຽມຂອງກອງພັນ​ໃຫຍ່​ນະຄອນຫຼວງ, ນັກຮົບ​ເຄື່ອນ​ໄຫວ​ພິ​ເສດ​ກວາງ​ນາມ - ດ່າ​ນັ້ງ ​ແລະ ​ໄຊ​ງ່ອນ - ຢາ​ດິ້ງ, ​ເນື່ອງ​​ໄນ​ໂອກາດ​ທີ່​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງຮ່າ​ໂນ້ຍ. ຕ່າງ​ໜ້າການ​ນຳ, ພະນັກງານ, ນັກ​ຮ່າວ, ບັນນາທິການ, ນັກ​ເຕັກນິກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ Vu Hai  ຮອງ​ຜູ້ອຳນວຍກນ​ໃຫຍ່​ວິທະຍຸ​ກະ​ຈາຍ​ສຽງ​ຫວຽດນາມ, ​ໄດ້​ຕີ​ລາຄາ​ສູງ​ຈິດ​ໃຈ​ປະຕິວັດ, ພິລະ​ອາດ​ຫານ, ການ​ອຸທິດ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ບັນດາ​ອະດີດ​ນັກຮົບ​ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ທ່ານ Vu Hai  ຍັງ​ເນັ້ນ​ໜັກ​ວ່າຈິດ​ໃຈ ​ແລະ ​ແບບຢ່າງ​ຂອງ​ບັນດາ​ອະດີດ​ນັກຮົບ ​ໄດ້ ​ແລະ ພວມ​ປຸກລະດົມ​ກຳລັງ​ໃຈ, ຕັກ​ເຕືອນ​ໃຫ້​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ​ຕ້ອງ​ດຳລົງ​ຊີວິດ, ຕໍ່ສູ້, ອອກ​ແຮງ​ງານ ​ແລະ ຮຳ​ຮຽນ​ຄື​ແນວ​ໃດ​ໃຫ້​ສົມ​ກັບ​ການ​ອຸທິດ​ສ່ວນ, ການ​ເສຍ​ສະຫຼະ​ຂອງ​ລຸ້ນກ່ອນ.
ຂ່າວ/ບົດ​ອື່ນ