ວິທະຍຸກະຈາຍສຽງຫວຽດນາມສະເຫລີມສະຫລອງ70ປີທົ່ວປະເທດທຳການຕໍ່ຕ້ານ

 

ວິທະຍຸກະຈາຍສຽງຫວຽດນາມສະເຫລີມສະຫລອງ70ປີທົ່ວປະເທດທຳການຕໍ່ຕ້ານ - ảnh 1
ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ
​ຫວຽດ​ນາມກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)- ​​​ຕອນ​ເຊົ້າ​ວັນ​ທີ 19/12 ຢູ່​ ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ສະ​ຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫ​ວຽດ​ນາມ​ອອກ​ອາ​ກາດ​ຄຳ​ຮຽ​ກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມີນ(19/12/1946-19/12/2016). ນະ​ພິ​ທີ, ທ່ານ ຫງວຽນ​ເທ​ກີ໋ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ທົບ​ທວນ​ຄືນ​ການ​ສະ​ເຫລີມ​ສະ​ຫ​ລອງ 70 ປີ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ ແລະ ກ​ໍ​ແມ່ນ 70 ປີ​ແຫ່ງວັນ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫ​ວຽດ​ນາມ​ອອກ​ອາ​ກາດ​ຄຳ​ຮຽ​ກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. 20 ໂມງ ວັນ​ທີ 19/12/1946, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມີ​ຄວາ​ມ​ເປັນ​ກຽດ​ແມ່ນ​ອົງ​ການ​ສື່ມວນ​ຊົນ​ທຳ​ອິດ​ອອກ​ອາ​ກາດ​ຄຳ​ຮຽ​ກ​ຮ້ອງ​ທົ່​ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/12/1946 ພ້ອມ​ກັບ​ເລື່ອງ​ອອກ​ອາ​ກາດ​ຄຳ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ອ່ານ​ຢູ່​ສະ​ຫນາມ​ຫລວງ ບາ​ດີງ ເມື່ອ​ວັນ​ທີ 2/9/1945. ເຫດ​ການນີ້​ສ້າງ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອ​ງ​ປະ​ເທດ​ຊາດ, ຂອງວົງ​ການ​ສື່ມວນ​ຊົນ​ປະ​ຕິ​ວັດ ແລະ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

“ທ່ານ​ປະ​ທານ​ໂຮ່​ຈິ​ມີນ​ແມ່ນ​ຜູ້​ຊີ້​ນຳ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ໃນ​ຊຸມມື້​ຕົ້ນຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ທີ່​ຫນຸ່ມ​ແຫນ້ນ, ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ມີ​ຄຳ​ກ່າວ​ປາ​ໄສ​, ໂອ້​ລົມ​ຫລາຍ​ຄັ້ງກັບປ​ະ​ຊາ​ຊົນ, ນັກ​ຮົບ​ກ່ຽວ​ກັບ​ແຜນນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ,ຂອງ​ລັດ​ຖ​ະ​ບານ​ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ທ່ານ​ປະ​ທານ​ໂຮ່​ຈິ​ມີນ ຖື​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແມ່ນ​ເຄື່ອງ​ມື​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ​ຖະ​ບານ. ໃນ​ຂະ​ນະ​ທີ່​ປະ​ເທດ​ຊາດ​ພວມ​ຕົກ​ຢູ່​ໃນ​ໄພ​ອັນ​ຕະ​ລາຍ, ເພີ່ນ​ໄດ້​ນຳ​ໃຊ້​ຄື້ນ​ວິ​ທະ​ຍຸ​ກະ​ຈາຍສຽງ​ເພື່ອ​ອອກ​ຄຳ​ສັ່ງ​ທຳ​ການຕໍ່​ຕ້ານ, ເພື່ອ​ຮຽກ​ຮ້ອງ ແລະ ລະ​ດົມ​ກຳ​ລັງ​ໃຈ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະພ້ອມ​ກັນ​ອອກ​ແຮງ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ, ກູ້​ຊາດ.”


ຕອບກັບ

ຂ່າວ/ບົດ​ອື່ນ