ວິທະຍຸກະຈາຍສຽງຫວຽດນາມແລະສະຖານທູດຫວຽດນາມປະຈຳອີຢີບເພີ່ມທະວີການສົມທົບກັນໃນການສື່ຂ່າວ,ໂຄສະນາ

ວິທະຍຸກະຈາຍສຽງຫວຽດນາມແລະສະຖານທູດຫວຽດນາມປະຈຳອີຢີບເພີ່ມທະວີການສົມທົບກັນໃນການສື່ຂ່າວ,ໂຄສະນາ - ảnh 1
ທ່ານ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​
ຫວຽດ​ນາມ ຕ້ອນ​ຮັບ​ທ່ານໂດ໋​ຮ່​ວາງ​ລອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຢີບ

(vovworld)- ວັນ​ທີ 18/4 ຢູ່ ສຳ​ນັກ​ງານ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເຮືອນ​ເລກ​ທີ 58 ກວາ​ຊື ຮ່າ​ໂນ້ຍ, ທ່ານ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ ໂດ໋​ຮ່​ວາງ​ລອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຢີບ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ຫລາຍ​ມາດ​ຕະ​ການ ກ່ຽວ​ກັບ​ການ​ສົມ​ທົບ​ກັນ​ໃນ​​ການ​ສື່​ຂ່າວ, ໂຄ​ສະ​ນາ​ລະ​ຫວ່າງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຢີບ ແລະ ອົງ​ການ​ສື່ມ​ວນ​ຊົນ​ຫວຽດ​ນາມ ປະ​ຈ​ຳ​ອີ​ຢີບ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ໋​ຮ່​ວາງ​ລອງ ປາດ​ຖະ​ຫ​ນາ​ວ່າ ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ພິ​ເສດ ແມ່ນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນ​າມ ຫ​ນູນ​ຊ່ວຍ​ຢ່າງ​ຕັ້ງ​ຫ​ນ້າ​ເພື່ອ​ໃຫ້​​ການ​ສື່ຂ່າວ, ໂຄ​ສະ​ນາ​ປ​ະ​ສົບ​ຜົນ​ສຳ​ເລັດ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ກິດ​ຈະ​ການ​ປ່ຽ​ນ​ແປງ​ໃຫມ່​ຢູ່​ຫວຽດ​ນາມ. ສ່ວນ​ທ່ານ​ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ເນັ້ນ​ຫ​ນັກ​ວ່າ: ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ຫ​ນູນ​ຊ່ວຍ​ກ່ຽວ​ກັບ​ການ​ສື່​ຂ່າວ, ໂຄ​ສະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຢີບ ເປັນ​ຢ່າງ​ດີ. ໃນ​ກໍ​ລະ​ນີ​ຈຳ​ເປັນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ສົ່ງ​ນັກ​ຂ່າວ​ຢູ່​ຫວຽດ​ນາມ ໄປ​ຍັງ​ອີ​ຢີບ ເພື່ອ​ຫ​ນູນ​ຊ່ວຍ​ການ​​ສ່ອງ​ແສງເຫດ​ການຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ.

        


ຕອບກັບ

ຂ່າວ/ບົດ​ອື່ນ