ວິທະຍຸກະຈາຍສຽງແຫ່ງ ຊາດລາວເປີດຊຸດຮຽນ ພາສາຫວຽດ

ວິທະຍຸກະຈາຍສຽງແຫ່ງ ຊາດລາວເປີດຊຸດຮຽນ ພາສາຫວຽດ - ảnh 1
(ພາບປະກອບ:rtc2.edu.vn)

(vovworld)- ຕອນ​ເຊົ້າວັນ​ທີ 1/7, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ເປີດ​ຊຸດ​ຮຽນ​ພາສາ​ຫວຽດ​ໃຫ້​ພະນັກງານ​ພາລະ​ກອນ​ທັງ​ໝົດ​. ​ເຂົ້າຮ່ວມ​ຊຸດ​ຮຽນ​ມີ​ພະນັກງານ​ພາລະ​ກອນວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ 150 ຄົນ, ສ່ວນຫຼາຍ​​ແມ່ນ​ຊາວ​ໜຸ່ມ. ທີ່​ພິທີ​ໄຂ​ຊຸດ​ຮຽນ​ຊື່​ງຈະ​ແກ່ຍາວ​ໃນ​ເວລາ 3 ​ເດືອນ, ທ່ານ​ສີພາ ນົງຫຼາດ ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ຖື​ວ່າ: ພາສາ​ຫວຽດ ​ແມ່ນ​ຄວາມ​ຕ້ອງການ​ທີ່​ສຳຄັນ​ໃນ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມ ​ເວົ້າລວມ, ລະຫວ່າງວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວົ້າສະ​ເພາະ. ບັນດາ​ຜູ້​ເຂົ້າຮ່ວມຊຸດ​ຮຽນ​ພາສາ​ຫວຽດຂອງວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ຖື​ວ່າ: ​ເລື່ອງ​ຮູ້​ພາສາ​ຫວຽດ ຈະ​ຊ່ວຍ​​ໃຫ້ພະນັກງານ​ພາລະ​ກອນວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ສາມາດ​ສົມທົບ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ດີ​ກ່ວາ ​ແລະ ສ້າງ​ໂອກາດ​ໃຫ້ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ສື່​ມວນ​ຊົນ​ອາ​ຊຽນ ​ແລະ ສາກົນ

ຂ່າວ/ບົດ​ອື່ນ