ວິທະຍາຄານທະຫານບົກຫວຽດນາມຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ

ວິທະຍາຄານທະຫານບົກຫວຽດນາມຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ - ảnh 1
ທ່ານພົນ​ໂທ ເບ້​ຊວນ​ເຈືອງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມປະ​ດັບຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 3 ໃສ່​ທຸງກອງ​ທັບ​ຂອງວິ​ທະ​ຍາ​ຄານ ທະ​ຫານ​ບົກ

(vovworld)- ວັນ​ທີ 2/7, ຢູ່​ນະ​ຄອນ​ດາຫຼາດ, ວິ​ທະ​ຍາ​ຄານ ທະ​ຫານ​ບົກ​ຫວຽດ​ນາມ ໄດ້​​ຈັດພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ(7/71946-7/7/2016) ແລະ ຕ້ອນ​ຮັບຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 3 , ຫຼຽນ​ໄຊ​ມິດ​ຕະ​ພາບ Mohasena ຂອງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ຫຼຽນ​ໄຊ​ພິ​ລະ​ອາດ​ຫານ​ຊັ້ນ 1 ຂອງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດລາວ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິນ​ດ້າຍກວາງ​ໄດ້​ສົ່ງ​ຈົດ​ໝາຍ​ຊົມ​ເຊີຍ​ເຖິງວິ​ທະ​ຍາ​ຄານ ທະ​ຫານ​ບົກ​ຫວຽດ​ນາມ. ກ່​າວ​ຄຳ​ເຫັນ​ທີ່ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ, ທ່ານພົນ​ໂທ ເບ້​ຊວນ​ເຈືອງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ສະ​ເໜີວິ​ທະ​ຍາ​ຄານ ທະ​ຫານ​ບົກ​ຫວຽດ​ນາມໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈົ່ງ​ເຮັດຫຼ້ອນ​ໜ໊າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສາ​ກົນ, ກໍ່​ສ້າງ​ພະ​ນັກ​ງານ​ໃຫ້​ແກ່ບ​ັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ຄື : ລາ​ວ ແລະ ກຳ​ປູ​ເຈຍ, ພ້ອມ​ກັນ​ນັ້ນ ວິ​ທະ​ຍາ​ຄານ ທະ​ຫານ​ບົກ​ຫວຽດ​ນາມ ຄວນ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການກໍ່​ສ້າງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ການ​ທະ​ຫານ.
ຂ່າວ/ບົດ​ອື່ນ