ວິທະຍາຄານປ້ອງກັນປະເທດຄວນກຳແໜ້ນສະພາບການ, ຍົກສູງຄວາມສາມາດຄາດຄະເນຍຸດທະສາດ

ວິທະຍາຄານປ້ອງກັນປະເທດຄວນກຳແໜ້ນສະພາບການ, ຍົກສູງຄວາມສາມາດຄາດຄະເນຍຸດທະສາດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 40 ປີແຫ່ງ​ວັນ​ມູນ​ເຊື້ອ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ I ຂອງ​ສະ​ຖາ​ບັນ​ປ້ອງ​ກັນ​ປະ​ເທດ

(vovworld) – ວິທະຍາຄານປ້ອງ​ກັນ​ປະ​ເທດ​ຄວນ​ກຳ​ແໜ້ນ​ສະພາບ​ການ, ຍົກ​ສູງ​ຄວາມ​ສາມາດ​ຄາດ​ຄະ​ເນ​ຍຸດ​ທະ​ສາດ - ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ເຊິ່ງຍົກ​ອອກ​ມາ​ເມື່ອ​ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີແຫ່ງ​ວັນ​ມູນ​ເຊື້ອ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ I ຂອງ​ວິທະຍາຄານປ້ອງ​ກັນ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 3/1. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ໜ້າ​ທີ່​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​​ແມ່ນ​ໜັກໜ່ວງ, ດັ່ງ​ນັ້ນ​ຮຽກຮ້ອງ​ໃຫ້​ກອງທັບ​ປະຊາຊົນ​ເວົ້າ​ລວມ ​ແລະ ວິທະຍາຄານ​ປ້ອງ​ກັນ​ປະ​ເທດ​ເວົ້າ​ສະ​ເພາະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແກ່ນສານ​ໃນ​ພາລະກິດ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​​ຮຽກຮ້ອງ​ວິທະຍາຄານ​ປ້ອງ​ກັນ​ປະ​ເທດ​ຕ້ອງ​ເປັນ​ເສນາ​ທິການ​ກັບ​ພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດ, ການ​ທະຫານ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ທັນ​ການ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕີ​ເອົາ​ຊະນະ​ສົງຄາມ​ຮຸກ​ຮານ​ຂອງ​ສັດຕູ. ພ້ອມ​ກັນ​ນັ້ນ, ວິທະຍາຄານ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄ້ວາ​ບັນດາ​ມາດ​ຕະການ​ຕໍ່ສູ້​ເພື່ອ​ເຮັດ​ໃຫ້​ກົນອຸບາຍ, ການ​ເຄື່ອນ​ໄຫວຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ກ່ຽວ​ກັບ “ການ​ຜັນ​ແປ​ສັນຕິພາບ“, ການ​ຈະລາຈົນ​ໂຄ່ນ​ລົ້ມ, ຊຸກຍູ້ “ການ​ຜັນ​ແປ​ເອງ“, ການ​ເມືອງ​ຫຼາຍ​ຝ່າຍ…ປະລາ​ໄຊ.


ຂ່າວ/ບົດ​ອື່ນ