ວິທະຍາໄລ ແສງສະຫວັນ ແລະ ມະຫາວິທະຍາໄລ FPT ຮ່ວມກັນເປີດສອນຫລັກສູດ ປະລິນຍາຕີ

(VOVWORLD) - ການຮ່ວມມືກັບສະຖາບັນ ການສຶກສາຕ່າງປະເທດ ພວກເຮົາຖືວ່າ ເປັນປັດໄຈສຳຄັນ ໜຶ່ງທີ່ຈະຍົກລະດັບການສຶກສາ ຂອງພວກເຮົາໃຫ້ໄດ້ ມາດຕະຖານສາກົນ
ວິທະຍາໄລ ແສງສະຫວັນ ແລະ ມະຫາວິທະຍາໄລ FPT ຮ່ວມກັນເປີດສອນຫລັກສູດ ປະລິນຍາຕີ - ảnh 1ພິທີຕັດແຖບຜ້າທີ່ພິທີ

ວິທະຍາໄລ ແສງສະຫວັນ ໄດ້ຮ່ວມມືກັບ ມະຫາວິທະຍາໄລ FPT (ສສ ຫວຽດນາມ) ຈັດຕັ້ງປະຕິບັດ ການເປີດສອນຫລັກສູດ ປະລິນຍາຕີມາດຕະຖານສາກົນ ຢູ່ ສປປ ລາວ ສອງຫລັກສູດ ຄື ປະລິນຍາຕີ ວິສະວະກໍາຊັອບແວ ຫລັກສູດສາກົນ ແລະ ປະລິນຍາຕີ ບໍລິຫານທຸລະກິດ ຫລັກສູດສາກົນ.

     ພິທີເປີດໂຄງການຮ່ວມມື ຢ່າງເປັນທາງການ ຂອງສອງສະຖາບັນດັ່ງກ່າວ  ໄດ້ມີຂຶ້ນ ໃນວັນທີ 8 ພຶດສະພາ 2018 ທີ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເລ ເຈືອງ ຕູງ ອະທິການບໍດີ ມະຫາວິທະ ຍາໄລ FPT ແລະ ທີ່ປຶກສາກຸ່ມ FPT ລວມທັງພາກສ່ວນທີ່ກ່ຽວຂ້ອງ  ຈາກ ສປປ ລາວ ແລະ ສສ ຫວຽດນາມ.

     ທ່ານ ຄຳແສນ ສີສະວົງ ປະທານ ກຸ່ມການສຶກສາ ແສງສະຫວັນ ກ່າວວ່າ: ການຮ່ວມມືກັບສະຖາບັນ ການສຶກສາຕ່າງປະເທດ ພວກເຮົາຖືວ່າ ເປັນປັດໄຈສຳຄັນ ໜຶ່ງທີ່ຈະຍົກລະດັບການສຶກສາ ຂອງພວກເຮົາໃຫ້ໄດ້ ມາດຕະຖານສາກົນ. ສະນັ້ນ, ການຮ່ວມມືກັບ ມະຫາວິທະຍາໄລ FPT ໃນຄັ້ງນີ້ ແມ່ນມີຜົນດີທີ່ສຸດ ໃຫ້ແກ່ກຸ່ມການສຶກສາ ແສງສະຫວັນ ແລະ ເປັນໂອກາດດີ ໃຫ້ແກ່ນັກຮຽນ-ນັກສຶກສາ ລາວໄດ້ເຂົ້າຮຽນ ຫລັກສູດສາກົນ ຢູ່ ປະເທດລາວເຮົາເອງ, ໂດຍມີຄ່າໃຊ້ຈ່າຍບໍ່ສູງ ຖ້າທຽບໃສ່ໄປຮຽນຕໍ່ ຢູ່ຕ່າງປະເທດ. ນອນຈາກນັ້ນ, ຍັງເປັນການສົ່ງເສີມ ຄວາມສໍາພັນ ລາວ-ຫວຽດນາມ ໃຫ້ນັບມື້ນັບ  ແໜ້ນແຟ້ນ ແລະ ເຕີບໃຫຍ່ຍິ່ງໆ ຂຶ້ນ. ສອງຫລັກສູດດັ່ງກ່າວ ຈະເປີດຮຽນ ໃນເດືອນສິງຫາ 2018 ຢູ່ທີ່ວິທະຍາໄລ ແສງສະຫວັນ, ຊຶ່ງຈະສອນເປັນພາສາອັງກິດ ໂດຍອາຈານ ທີ່ມີປະສົບການ ມາຈາກມະຫາວິທະຍາໄລ FPT ແລະ ໄລຍະເວລາ ໃນການຮຽນແມ່ນ 3 ປີ, ໂດຍນຳໃຊ້ຫລັກສູດ ແລະ ມາດຕະຖານຂອງ ຫວຽດນາມ ມາສິດສອນ.

     ວິທະຍາໄລ ແສງສະຫວັນ ແລະ ມະຫາວິທະຍາໄລ FPT ໄດ້ຮັບອະນຸຍາດ ຈາກ ກະຊວງສຶກສາທິການ ແລະ ກິລາ ໃຫ້ເປີດສອນຫລັກສູດ ປະລິນຍາຕີ ວິສະວະກໍາຊັອບແວຫລັກສູດສາກົນ ແລະ ປະລິນຍາຕີ ບໍລິຫານທຸລະກິດ ຫລັກສູດສາກົນ ໃນເດືອນມັງກອນ 2018. ວິທະຍາໄລ ແສງສະຫວັນ ຕັ້ງຢູ່ບ້ານ ສີສະຫວາດ, ຖະໜົນອາຊຽນ, ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ