ວັນ​ Nelson Mandela ສາ​ກົນພິ​ເສດ​ຂອງ ອາ​ຟຼິກ​ກາ​ໃຕ້

(VOVWORLD) -ໃນວັນສາກົນ Nelson Mandela 18 ກໍລະກົດປີນີ້,  ຕ່າງກັນບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ມີປະຊາຊົນເປັນຈຳນວນຫຼາຍຄືທຸກໆປີ, ອາຟຼິກກາໃຕ້ ໄດ້ສຸມໃສ່ ຫົວຂໍ້ຕົ້ນຕໍແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ວັນ​ Nelson Mandela ສາ​ກົນພິ​ເສດ​ຂອງ ອາ​ຟຼິກ​ກາ​ໃຕ້ - ảnh 1ພາບປະກອບ:TTXVN

ຍ້ອນໂລກລະບາດ, ດັ່ງນັ້ນບໍ່ມີເຫດການທີ່ມີຂອບຂະໜາດໃຫຍ່ ແລະ ປະຊາຊົນສືບຕໍ່ໄດ້ຮຽກຮ້ອງຕ້ອງຮັບປະກັນການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ.

ສ້າງຂີດໝາຍໃນວັນນີ້, ທ່ານ Phumla Williams ໂຄສົກຂອງລັດຖະບານອາຟຼິກກາໃຕ້ ໄດ້ຍົກອອກ ຄຳຂວັນ “ຮັບປະກັນການແຍກຫ່າງ, ປົກປັກຮັກສາ ອາຟຼິກກາໃຕ້, ສາມັກຄີກັນ, ພວກເຮົາຈະສາມາດຍາດເອົາໄຊຊະນະເຊື້ອໄວຣັດ Corona”. ທ່ານເນັ້ນໜັກວ່າ ໂລກລະບາດ Covid – 19 ໄດ້ເຮັດໃຫ້ບັນດາແນວຄວາມຄິດຂອງການນຳ Mandela ໂດຍເປັນຜູ້ນຳທີ່ຍິ່ງໃຫຍ່ຖືກຟືນຟູຄືນໃຫມ່. ເພາະສະນັ້ນ, ວິທີທີ່ມີຄວາມໝາຍທີ່ສຸດເພື່ອສະເຫຼີມສະຫຼອງ ວັນ Nelson Mandela ສາກົນປີນີ້ ນັ້ນແມ່ນສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid - 19

ຕອບກັບ

ຂ່າວ/ບົດ​ອື່ນ