ວັນ Yoga ສາກົນຄັ້ງທີ 3 ຈະດຳເນີນຢູ່ນະຄອນໂຮ່ຈິມິນ

(VOVWORLD) -ວັນ Yoga ສາກົນຄັ້ງທີ 3 ຈະດຳເນີນໃນວັນທີ 25 ມິຖຸນາ ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ເມືອງ 1, ນະຄອນໂຮ່ຈິມິນ.
ວັນ Yoga ສາກົນຄັ້ງທີ 3 ຈະດຳເນີນຢູ່ນະຄອນໂຮ່ຈິມິນ - ảnh 1 (ພາບປະກອບ)

ທ່ານນາງ Smita Pant, ຫົວໜ້າ ສະຖານກົງສູນອິນເດຍ ປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ນອກຈາກເລື່ອງແນະນຳບັນດາຜົນປະໂຫຍດຂອງ Yoga ແລ້ວ, ລາຍການຍັງເຮັດໃຫ້ການເຊື່ອມຕໍ່ດ້ານຈິວິນຍານລະຫວ່າງຜູ້ນິຍົມ Yoga ຢູ່ອິນເດຍ ແລະ ນະຄອນໂຮ່ຈິມິນ ພົ້ນເດັ່ນກວ່າອີກ, ແມ່ນສິ່ງພິສູດໃຫ້ເຫັນການພົວພັນທີ່ສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ. ນີ້ກໍ່ແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

        ພະມາຫາອາຈານ ທິ໋ກທ້ຽນເຕີມ, ຮອງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ: Yoga ມີຕົ້ນກຳເນີດມາຈາກອິນເດຍ, ມີຄວາມໃກ້ຊິດກັບການນັ່ງສະມາທິໃນພຸດທະສາສະໜາ ແລະ ຊ່ວຍໃຫ້ທຸກຄົນຝຶກຝົນທາງດ້ານຮ່າງກາຍ ກໍຄືຈິດໃຈ.

        “Yoga ໄດ້ຊ່ວຍໃຫ້ຄົນເຮົາມີສຸຂະພາບຮ່າງກາຍ, ຈິດໃຈແຂງແຮງ. ສະນັ້ນ, ຂ້າພະເຈົ້າປາດຖະໜາວ່າ ປະຊາຊົນທຸກຄົນ ບໍ່ສະເພາະແຕ່ພະສົງສຳມະເນນພວກເຮົາຄວນເອົາໃຈໃສ່ຝຶກແອບ Yoga ແລະ ນັ່ງສະມາທິ”.

ຕອບກັບ

ຂ່າວ/ບົດ​ອື່ນ