ວັນ​ ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ ສາ​ກົນ (8/5): ແຜ່​ຂະ​ຫຍາຍ​ຈິດ​ໃຈ​ມະ​ນຸດ​ສະ​ທຳ

(VOVWORLD) - ວັນທີ 8 ພຶດສະພາ ແມ່ນວັນ ກາແດງ ແລະ ຊີກວົງເດືອນແດງສາກົນ. ຫົວຂໍ້ຂອງປີນີ້ແມ່ນ “ຮັກສາຈິດໃຈມະນຸດສະທຳ”.

ວັນ​ ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ ສາ​ກົນ (8/5): ແຜ່​ຂະ​ຫຍາຍ​ຈິດ​ໃຈ​ມະ​ນຸດ​ສະ​ທຳ - ảnh 1ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ກ່າວຄຳເຫັນ ທີ່ເຫດການ (ພາບ: nhandan.vn)

ໂດຍແມ່ນສະມາຊິກຂອງຂະບວນການ, ໃນໄລຍະເກືອບ 78 ປີແຫ່ງການເຄື່ອນໄຫວ ແລະ ເຕີບໃຫຍ່ (1946 - 2024), ສະພາກາແດງ ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຕໍ່ຂະບວນການ ກາແດງ ແລະ ຊີກວົງເດືອນແດງ ສາກົນ. ດ້ວຍຫົວຂໍ້ “ຂະບວນການມະນຸດສະທຳ - ມອບຮັບຄວາມຮັກແພງ”, ເຫດການເພື່ອແນໃສ່ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານມະນຸດສະທຳ ແລະ ຄວາມເມດຕາປານີ ຂອງຊາດ ຫວຽດນາມ; ເພີ່ມທະວີການເຂົ້າຮ່ວມ ປະຊາຄົມຂອງບັນດາໝູ່ຄະນະ ເພື່ອຍົກສູງຂະບວນການວຽກດີຄົນເດັ່ນໃຫ້ຫຼາຍກ່ວາອີກ, ຮ່ວມແຮງຮ່ວມໃຈສ້າງປະຊາຄົມແຫ່ງຄວາມເມດຕາປານີ. ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າ ປາດຖະໜາວ່າ ຂະບວນການນີ້ ຈະຮັບການແຜ່ຂະຫຍາຍໃນວົງກ້ວາງໄປຍັງທຸກຊັ້ນຄົນໃນສັງຄົມ, ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ເພື່ອໃຫ້ພວກເຮົານຳ ເດືອນມະນຸດສະທຳກາຍເປັນເດືອນຈຸດສຸມ ທົ່ວປວງຊົນປະຕິບັດຄວາມມະນຸດສະທຳ ຢ່າງແທ້ຈິງ. ເປົ້າໝາຍຂອງພວກເຮົາແມ່ນມຸ່ງໄປເຖິງ ການຂົນຂວາຍເງິນເປັນຈຳນວນກ່ວາ 15,7 ລ້ານ USD ເພື່ອໃຫ້ສະຖານທີ່ປະມານ 100.000 ແຫ່ງໄດ້ຮັບການຊ່ວຍເຫຼືອມະນຸດສະທຳ, ສຸມໃສ່ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ; ສຸມໃສ່ສ້າງເຮືອນຄົວເຄິ່ງກິນນອນ ໃຫ້ແກ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ສຸມໃສ່ໜູນຊ່ວຍໃຫ້ແກ່ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ