ວັນ​ ບັດຊຳ​ລະ ຫວຽດ​ນາມ​ຄັ້ງ​ທີ 2 – “ໝັ້ນ​ໃຈ​ເປີດ​ທາງ”

(VOVWORLD) -“ຟອງ Festival” ການເຄື່ອນໄຫວຕົ້ນຕໍຂອງເຫດການ “ວັນບັດຊຳລະ ຫວຽດນາມ ຄັ້ງທີ 2” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ເມສາ, ຢູ່ສະໜາມກິລາ ແບກຄວາ, ຮ່າໂນ້ຍ. 
ວັນ​ ບັດຊຳ​ລະ ຫວຽດ​ນາມ​ຄັ້ງ​ທີ 2 – “ໝັ້ນ​ໃຈ​ເປີດ​ທາງ” - ảnh 1ວັນ ບັດຊຳລະ ຫວຽດນາມຄັ້ງທີ 2 – “ໝັ້ນໃຈເປີດທາງ” (ພາບ: nhandan.vn)

ນີ້ແມ່ນເຫດການເພື່ອແນໃສໂຄສະນາ ແລະ ຂົນຂວາຍປຸກລະດົມໃຫ້ປະຊາຊົນຫຼຸດຜ່ອນການຊຳລະດ້ວຍເງິນສົດ, ເພີ່ມທະວີການໃຊ້ວິທີຊຳລະດ້ວຍເຕັກໂນໂລຢີດີຈີຕອນ ເພື່ອປະຕິບັດຍຸດທະສາດຫັນເປັນດີຈີຕອນແຫ່ງຊາດໃນຂົງເຂດທະນາຄານ.

“ຟອງ Festival” ໄດ້ດໍາເນີນໃນວັນທີ 16 ແລະ 17 ເມສາ, ດຶງດູດທະນາຄານການຄ້າ, ອົງການການເງິນ, ອົງການຈັດຕັ້ງບັດຊຳລະສາກົນຫຼາຍກວ່າ 20 ແຫ່ງ ແລະ ເກືອບ 70 ຮ້ານວາງສະແດງສະໜອງຜະລິດຕະພັນ, ການບໍລິການໃນຫຼາຍອາຊີບ, ຂະແໜງການຄື ອາຫານການກິນ, ການສຶກສາ, ຊື້ - ຂາຍ… ເພື່ອແນໃສ່ແນະນຳເຕັກໂນໂລຢີການຊຳລະທີ່ບໍ່ນຳໃຊ້ເງິນສົດ, ໂຊເຕັກໂນໂລຢີຊຳລະດ້ວຍບັດທະນາຄານທີ່ທັນສະໄໝ ແລະ ກ້າວໜ້າທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ