ວັນ “ສຳພາດ-ຄັດເລືອກ” ປີ 2015


ວັນ “ສຳພາດ-ຄັດເລືອກ” ປີ 2015 - ảnh 1
ມີ​ນັກ​ສຶກ​ສາຫຼາຍ​ຄົນ​ເຂົາ​ຮ່ວມວັນ “ສຳ​ພາດ-ຄັດ​ເລືອກ” ປີ 2015

(vovworld)- ຈຸດ​ທີ່​ພົ້ນ​ເດັ່ນ​ຂອງວັນ “ສຳ​ພາດ-ຄັດ​ເລືອກ” ປີ 2015 ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ ຕອນ​ເຊົ້າ​ວັນ​ທີ 23/5, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ  ແມ່ນ​ລາຍ​ການ​  “ທົດລອງສຳ​ພາດ - ສຳ​ເລັດ​ຜົນ​ແທ້” ຊຶ່ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ນັບ​ຮ້ອຍ​ຄົນ. ວັນ “ສຳ​ພາດ-ຄັດ​ເລືອກ” ປີ 2015 ຍັງ​ສາ​ມາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ 1 ພັນ​ໜ້າ​ວຽກ ແລະ ຝຶກ​ຫັດໃຫ້​ແກ່​ນັກ​ສຶກ​ສາ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ.

   ເພື່ອນ ຫງວຽນ​ທິ​ກີງ​ຮ​ວາ ນັກ​ສືກ​ສາ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ໄຊ​ງ່ອນ ໃຫ້​ຮູ້​ວ່າ :

    “ ນ້ອງ​ເຫັນ​ວ່າ ນີ້​ແມ່ນ​ລາຍ​ການ​ທີ່​ມີ​ຜົນ​ປະ​ໂຫຍດ. ນ້ອງ​ມານີ້​​ເພື່ອຖອດ​ຖອນ​ບົດ​ຮຽນ, ໄດ້​ຮັບຄວາມ​ຮູ້ກ່ຽວ​ກັບ​ການ​ຂໍ​ເຮັດ​ວຽກ, ເປັນ​ຕົ້ນ​ແມ່ນ​ຄວາມ​ສາ​ມາດ​ຂຽນ​ສຳ​ເນົາ​ເອ​ກະ​ສານ​ຂໍ​ເຮັດ​ວຽກ. ຜ່ານ​ລາຍ​ການນີ້, ນ້ອງ​ຢາກ​ມີ​ບົດ​ຮຽນ​ສຳ​ພາດ​ຕື່ມ​ອີກ​ເພື່ອ​ໄປ​ຂໍ​ເຮັດ​ວຽກ ”

 

ຂ່າວ/ບົດ​ອື່ນ