ວັນ ໂຢ​ຄະ ສາ​ກົນ ຄັ້ງ​ທີ 6 ດຶງ​ດູດ​ເກືອບ 3000 ຄົນ​ເຂົ້າ​ຮ່ວມ

(VOVWORLD) -ວັນໂຢຄະສາກົນ ປີ 2020 ຢູ່ແຂວງກວ໋າງນິງ ຈະປະກອບສ່ວນສ້າງຂະບວນການຫຼິ້ນກິລາທີ່ມີປະໂຫຍດ ພ້ອມທັງຜູກມັດບັນດາສະມາຊິກ ແລະ ສະໂມສອນຢູ່ຫວຽດນາມເວົ້າສະເພາະ ແລະ ໂລກເວົ້າລວມ.
ວັນ ໂຢ​ຄະ ສາ​ກົນ ຄັ້ງ​ທີ 6 ດຶງ​ດູດ​ເກືອບ 3000 ຄົນ​ເຂົ້າ​ຮ່ວມ - ảnh 1ວັນ ໂຢຄະ ສາກົນ ຄັ້ງທີ 6 ດຶງດູດເກືອບ 3000 ຄົນເຂົ້າຮ່ວມ (ພາບ: TTXVN)


ວັນທີ 21 ມິຖຸນາ, ຢູ່ສະໜາມຫຼວງວັນທີ 31 ຕຸລາ ທີ່ຕາແສງຮົ່ງຫາຍ, ນະຄອນກວ໋າງນິງ, ແຂວງກວ໋າງນິງ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງກວ໋າງນິງ ຈັດວັນໂຢຄະສາກົນຄັ້ງທີ 6  ອັນໄດ້ດຶງດູດນັກກິລາເກືອບ 3000 ຄົນ ທີ່ມາຈາກບັນດາສະຫະພັນ, ສະມາຄົມ, ສະໂມສອນໂຢຄະ ທັງຢູ່ພາຍໃນ ແລະ ສາກົນເຂົ້າຮ່ວມ.

ກ່າວຄຳເຫັນທີ່ພພິທີ, ທ່ານປະທານຄະນະກໍາມະການປະຊາຊົນແຂວງກວ໋າງນິງ ຫງວຽນວັນຖັ໊ງ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນໂຢຄະສາກົນ ປີ 2020 ໄດ້ປະກອບສ່ວນຕອບສະໜອງ ແລະ ຍູ້ແຮງບັ້ນຂົນຂວາຍທົ່ວປວງຊົນ ຝຶກແອບຮ່າງກາຍຕາມແບບຢ່າງຂອງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່; ປັບປຸງສາຍພົວພັນທາງການທູດ, ໂຄສະນາວັດນະທຳຂອງສອງປະເທດ ຫວຽດນາມ - ອິນເດຍ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວກະຕຸ້ນດ້ານການທ່ອງທ່ຽວ ແລະ ໂຄສະນາສະຖານທີ່ທ່ອງທ່ຽວຂອງກວ໋າງນິງໃນປີ 2020.

ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ Pranay Verma ເຊື່ອໝັ້ນວ່າ ວັນໂຢຄະສາກົນ ປີ 2020 ຢູ່ແຂວງກວ໋າງນິງ ຈະປະກອບສ່ວນສ້າງຂະບວນການຫຼິ້ນກິລາທີ່ມີປະໂຫຍດ ພ້ອມທັງຜູກມັດບັນດາສະມາຊິກ ແລະ ສະໂມສອນຢູ່ຫວຽດນາມເວົ້າສະເພາະ ແລະ ໂລກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ