ວັນກົດໝາຍຫວຽດນາມ ປະກອບສ່ວນເຂົ້າໃນການສ້າງພາບພົດຫວຽດນາມ ປ່ຽນແປງໃໝ່, ເຊື່ອມໂຍງ, ຂະຫຍັນຂັນເຄື່ອນ

(VOVWORLD) -ຕອນຄ່ຳວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທໍາຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການ ປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງພິທີຕອບສະໜອງວັນກົດໝາຍຫວຽດນາມ (9 ພະຈິກ) ປີ 2018.

ວັນກົດໝາຍຫວຽດນາມ ປະກອບສ່ວນເຂົ້າໃນການສ້າງພາບພົດຫວຽດນາມ ປ່ຽນແປງໃໝ່, ເຊື່ອມໂຍງ, ຂະຫຍັນຂັນເຄື່ອນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ພິທີ

ກ່າວຄໍາເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ວັນກົດໝາຍ ພວມປະກອບສ່ວນເຂົ້າໃນການສ້າງພາບພົດຂອງປະເທດຫວຽດນາມ ປ່ຽນແປງໃໝ່, ເຊື່ອມໂຍງ, ຂະຫຍັນຂັນເຄື່ອນ; ເຄົາລົບ ແລະ ຮັບປະກັນປະຕິບັດບັນດາສິດທິມະນຸດ, ສິດພົນລະເມືອງຢ່າງຄົບຖ້ວນ. ເພື່ອໃຫ້ວັນກົດໝາຍ ປີ 2019 ແລະ ຊຸມປີຕໍ່ໄປມີຄວາມໝາຍ ແລະ ແທດຈິງ, ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ:

        “ພວເຮົາຕ້ອງຍົກສູງປະສິດທິຜົນໃນວຽກງານຈັດຕັ້ງປະຕິບັດກົດໝາຍ, ເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າ, ມີລັກສະນະຕື່ນຕົວ ແລະ ມີຄວາມຮັບຜິດຊອບເປັນແບບຢ່າ ຂອງສະມາຊິກພັກ, ພະນັກງານ, ລັດຖະກອນ, ພາລະກອນ ໃນການສຶກສາຮໍ່າຮຽນ, ຄົ້ນວ້າ, ຊອກຮູ້ກ່ຽວກັບກົດໝາຍ, ພິເສດແມ່ນໃນການເຄົາລົບ ແລະປະຕິບັດກົດໝາຍ ເພື່ອໃຫ້ປະຊາຊົນທຸກຄົນຮໍ່າຮຽນຕາມ. ເພີ່ມທະວີການປະຕິບັດ, ລະບຽບວິໄນ, ສ້າງການຫັນປ່ຽນຢ່າງແຮງ ແລະ ແທດຈິງໃນການປະຕິບັດໜ້າທີ່ທາງລັດຖະການ, ຕິດພັນກັບການສຶກສາຄຸນສົມບັດສັດຊື່ບໍລິສຸດ. ປະຕິບັດບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນຢ່າງເຂັ້ມງວດ”.

        ທ່ານນາງຫງວຽນທິກິມເງິນ ກໍເນັ້ນໜັກວ່າ ຕ້ອງມີມາດຕະການຢ່າງມີປະສິດທິຜົນເພື່ອຍົກສູງສະຕິປະຕິບັດກົດໝາຍໃຫ້ປະຊາຊົນທຸກຊັ້ນວັນນະ, ຖືນີ້ແມ່່ນຂອດບຸກທະລຸໃນການຈັດຕັ້ງປະຕິບັດກົດໝາຍ.

        ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິນ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ 5 ໝູ່ຄະນະ ແລະ ສ່ວນບຸກຄົນ 4 ຄົນ ທີ່ມີຜົນງານດີເດັ່ນໃນວຽກງານການສ້າງ, ເຜີຍແຜ່, ປະຕິບັດ, ປົກປ້ອງກົດໝາຍ ແລະ ຈັດຕັ້ງພິທີຕອບສະໜອງວັນກົດໝາຍ. ທ່ານລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ມອບໃບຍ້ອງຍໍໃຫ້ 60 ໝູ່ຄະນະ, ສ່ວນບຸກຄົນ ທີ່ມີການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ.

ນັກຂ່າວເລຕວຽດ


 

ຕອບກັບ

ຂ່າວ/ບົດ​ອື່ນ