ວັນກົດໝາຍຫວຽດນາມແມ່ນໂອກາດ ເພື່ອສຶກສາອົບຮົມ ສະຕິເຄົາລົບກົດໝາຍໃຫ້ທົ່ວສັງຄົມ

ວັນກົດໝາຍຫວຽດນາມແມ່ນໂອກາດ ເພື່ອສຶກສາອົບຮົມ ສະຕິເຄົາລົບກົດໝາຍໃຫ້ທົ່ວສັງຄົມ - ảnh 1
​ພິ​ທີ​ຕອບ​ສະ​ໜອງວັນ​ກົດ​ໝາຍ​ປີ 2014

(vovworld) – ຕອນ​ບ່າຍ​ວັນ​ທີ 6/11, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ຈັດ​ຕັ້​ງ​ພິ​ທີ​ຕອບ​ສະ​ໜອງວັນ​ກົດ​ໝາຍ​ປີ 2014 ດ້ວຍ​ຫົວ​ຂໍ້ “ທົ່ວ​ປວງ​ຊົນ​ຊອກ​ຮ​ູ້ ແລະ ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮ​ັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ” ແລະ ປຸກ​ລະ​ດົມ​ການ​ເສັງ​ຂຽນ​ຊອກ​ຮູ້​ລັດ​ຖະ​ທຳ​ມະ​ນູນ​ປະ​ເທດ ສສ. ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ພິ​ທີ​ຕອບ​ສະ​ໜອງວັນ​ກົດ​ໝາຍ​​ປີ 2014 ຕິດ​ພັນ​ກັບ​ການ​ປຸກລະ​ດົມ​ການ​ເສັງ​ຂຽນ​ຊອກ​ຮູ້​ລັດ​ຖະ​ທຳ​ມະ​ນູນ ມີ​ຄວາມ​ໝາຍ​ສຳ​ຄັນ, ແທດ​ຈິງ, ປະ​ກອບ​ສ່ວນ​ນຳ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ທ່ານ​ ຫງວຽນ​ຊວນ​ຟຸກ ຖື​ວ່າ: ການ​ເສັງ​ຊອກ​ຮູ້​ລັດ​ຖະ​ທຳ​ມະ​ນູນ​ປະ​ເທດ ສ​ສ ຫວຽດ​ນາມ ຄວນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄົບ​ຊຸດ, ກ້​ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ຄຸນ​ນະ​ພາບ​ສູງ​ສຸດ:

        “ຄວນ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ, ຄົບ​ຖ້ວນ ແລະ ຮອບ​ດ້ານ​ກ່ຽວ​ກັບ​ບົດ​ບາດ, ຄວາມ​ໝາຍ​ຂອງ​ການ​ເສັງ​ເພື່ອ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ເໝາະ​ສົມ​ກັບ​ລັກ​ສະ​ນະ​ສະ​ເພາະ​ຂອງ​ກະ​ຊ​ວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ໄດ້​ຮັບ​ມອບ​ໝາຍ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ແທດ​ຈິງ. ກະ​ຊວງ​ຍຸ​ຕິ​ທຳ​ຄວນ​ ​ຈັດ​ຕັ້ງ​ພິ​ທີ​ລະ​ດົມ, ສ້າງ​ຕັ້ງ​ຄະ​ນະ​ຈັດ​ຕັ້ງ​ການ​ເສັງ​ໃນ​ຂອບ​ເຂດ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ໂດຍ​ໄວ, ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ຮັບ​ປະ​ກັນ​ເພື່ອ​ຈັດ​ຕັ້ງ​ການ​ເສັງ​ເປັນ​ຢ່າງ​ດີ, ເລືອກ​ເຟັ້ນ​ບັນ​ດາ​ບົດ​​ເຂົ້າ​ຮ່ວມ​ການເສັງ​ມີ​ຄຸນ​ນະ​ພາບ​ເພື່ອ​ສົ່ງ​​ໄປ​ຍັງຄະ​ນະ​ຈັດ​ຕັ້ງ​ການ​ເສັງ​ຢູ່​ຂັ້ນ​ສູນ​ກາງ.”

 

 



ຂ່າວ/ບົດ​ອື່ນ