ວັນກາບກອນວັນເພງເດືອນຈຽງ ຢູ່ປະເທດຕ່າງໆໃນໂລກ

ວັນກາບກອນວັນເພງເດືອນຈຽງ ຢູ່ປະເທດຕ່າງໆໃນໂລກ - ảnh 1
ວັນ​ກາບກອນ​ວັນ​ເພງ​ເດືອນ​ຈຽງຢູ່ລັດ​ເຊຍ

(ພາບ:vov.vn)

(vovworld) -  ​ວັນ​ທີ 24/2, ກົງ​ກັບ​ວັນ​ເພງ​ເດືອນ​ຈຽງ, ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ສົມທົບ​ກັບ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້ຈັດ​ວັນ​ກາບກອນ​ວັນ​ເພງ​ເດືອນຈຽງ​ຄັ້ງທີ 15. ວັນ​ກາບກອນ​ວັນ​ເພງ​ເດືອນ​ຈຽງ​ຢູ່​ສະຫະພັນ​ລັດເຊຍ ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ​ປີ, ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ປະຊາຊົນ​ອາ​ໄສ​ຢູ່​ລັດ​ເຊຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ໄຂ​ວັນ​ກາບກອນ, ທ່ານ​ນາງ​ຟ້າ​ມທິງ​ອກບິ​ກ ອຸປະ​ທູດສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ເນັ້ນຫນັກ​ວ່າ:

   “​ເລື່ອງ​ພວກ​ເຮົາພະຍາຍາມ​ຮັກສາ​ປະ​ເພນີຈັດ​ວັນ​ກາບ​ກອນ​ໃນວັນ​ເພງ​ເດືອນ​ຈຽງ​ປະຈຳ​ປີ ​ແມ່ນ​ຄວາມ​ປະ​ເສີດ​ເລີດ​ລ້ຳຢ່າງ​ແທ້​ຈິງ. ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ສິລະ​ປະ​ວັນນະຄະດີ ​ແລະ ບັນດາ​ເພື່ອນ​ຊົມ​ຊອບ​ກາບກອນ ຊື່​ງ​ໄດ້​ະກອບ​ສ່ວນ​​ເພື່ອ​ຈັດ​ວັນ​ກາບກອນ​ອັນ​ອົບ​ອຸ່ນ ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ“

   ວັນ​ກາບກອນ​ວັນ​ເພງ​ເດືອນ​ຈຽງ​ຍັງ​​ໄດ້ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປາຣີ, ນະຄອນ Villebon sur Yvette ຊານ​ນະຄອນຫຼວງ​ປາຣີ ປະ​ເທດ​ຝະລັ່ງ.

  ກ່ອນ​ໜ້ານັ້ນ, ຄື​ໃນ​ວັນ​ທີ 23/2, ຢູ່​ສູນ​ການ​ຄ້າ​ດົງ​ຊວນ ທີ່​ນະຄອນຫຼວງ​​ແບກ​ລິນ ປະ​ເທດ​ເຢຍລະ​ມັນ, ສະ​ໂມ​ສອນ​ກາບກອນ​ແບກ​ລິນ ​ໄດ້​ຈັດ​ວັນ​ກາບກອນ​ວັນ​ເພງ​ເດືອນຈຽງ​ຄັ້ງທີ 4 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ນັກ​ກະວີ, ຜູ້​ຊົມ​ຊອບ​ກາບກອນ​​ທີ່​ມາ​ຈາກ​ບັນດາ​ເຂດ​ພາກ​ຂອງ​ປະ​ເທ​ດ​ເຢຍລະ​ມັນ ເປັນ​ຈະ​ນວນ​ຫຼາຍ.

 

 

 

 

ຂ່າວ/ບົດ​ອື່ນ