ວັນກຳມະກອນສາກົນ 01/05: ບັນດາການເຄື່ອນໄຫວ, ເຫດການຢູ່ປະເທດຕ່າງໆໃນໂລກ

(VOVWORLD) -ວັນທີ 01 ພຶດສະພາ, ທ່ານປະທານພັກກອມມູນິດກຸຍບາ Raul Castro ແລະ ທ່ານປະທານກຸຍບາ Miguel Diaz Canel ໄດ້ເປັນປະທານຮ່ວມພິທີສະເຫຼີມສະຫຼອງວັນກຳມະກອນສາກົນ 01 ພຶດສະພາ, ຢູ່ນະຄອນຫຼວງລາຮາວານ.
ວັນກຳມະກອນສາກົນ 01/05: ບັນດາການເຄື່ອນໄຫວ, ເຫດການຢູ່ປະເທດຕ່າງໆໃນໂລກ - ảnh 1 (ພາບປະກອບ: AFP/TTXVN)

ພິທີສະເຫຼີມສະຫຼອງໄດ້ເປັນຂີດໝາຍດ້ວຍການເດີນຂະບວນສະແດງກຳລັງຢູ່ສະໜາມຫຼວງປະຕິວັດ, ເຊິ່ງແມ່ນແຫ່ງມີຊາວຜູ້ອອກແຮງງານ ແລະ ຄອບຄົວນັບພັນໆຄົນໄດ້ເຕົ້າໂຮມຢູ່ແຫ່ງນີ້ນັບແຕ່ຮຸ່ງເຊົ້າ. ນີ້ແມ່ນເຫດການໂດຍສະຫະພັນຜູ້ອອກແຮງງານກຸຍບາ ຈັດຕັ້ງ ດ້ວຍຄຳຂວັນທີ່ວ່າ “ສາມັກຄີ, ໝາຍໝັ້ນ ແລະ ໄຊຊະນະ”.

      ວັນທີ 01 ພຶດສະພາ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen ກໍ່ໄດ້ຈັດພິທີສະເຫຼີມສະຫຼອງວັນກຳມະກອນສາກົນ ພ້ອມກັບກຳມະກອນໂຮງຈັກໂຮງງານທີ່ຂຶ້ນກັບເຂດເສດຖະກິດພິເສດພະນົມ ນັບພັນໆຄົນ. ນະທີ່ນີ້ທ່ານນາຍົກລັດຖະມົນຕີ Hun Sen ໄດ້ມອບຂອງຂວັນເປັນເງິນສົດໃຫ້ກຳມະກອນຜູ້ລະ12,5 USD.

      ຢູ່ເຢຍລະມັນ, ກໍ່ມີຄົນງານນັບໝື່ນຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໃນທົ່ວປະເທດ ເພື່ອຮຽກຮ້ອງການປົກປ້ອງສິດຂອງຄົນງານ ຕໍ່ໜ້າກະແສຟອງຫັນເປັນທົ່ວໂລນາພິວັດ.

      ຢູ່ອາຊີ ກໍໄດ້ດຳເນີນການເຄື່ອນໄຫວແຫ່ຂະບວນປະທ້ວງ. ມີປະຊາຊົນຟິລິບປິນ ປະມານ 5.000 ຄົນໄດ້ແຫ່ຂະບວນຢູ່ໃກ້ກັບທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ ມານີລາ ເພື່ອຮຽກຮ້ອງໃຫ້ລັດຖະບານແກ້ໄຂບັນດາບັນຫາຄື ເງິນເດືອນຕ່ຳ, ອັດຕາວ່າງງານສູງ…

      ແລະກໍ່ໃນວັນທີ 01 ພຶດສະພາ, ຢູ່, ອາເມລິກາລາຕິງ, ໂບລີເວຍ, ອາກຊັງຕິນ, ບຣາຊິນ ກໍ່ໄດ້ຈັດການໂຮມຊຸມນຸນມິດຕິງ ເນື່ອງໃນໂອກາດວັນກຳມະກອນສາກົນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ