ວັນຄອບຄົວ ອາຊຽນ 2018 ຢູ່ນະຄອນ ມົດສະກູ, ສະຫະພັນລັດເຊຍ

(VOVWORLD) -ວັນຄອບຄົວ ອາຊຽນ ປີ 2018 ຢູ່ ລັດເຊຍ ໄດ້ສ້າງກາລະໂອກາດ ແລະ ເງື່ອນໄຂ ເພື່ອໃຫ້ບັນດາພະນັກງານການທູດ ພ້ອມດ້ວຍຄອບຄົວ ນັບມື້ນັບໄດ້ຫຍັບມໍ່ເຂົ້າກກັນກວ່າ ເພື່ອພື້ນຖານວັດທະນະທໍາ ອາຊຽນ ທີ່ເຕັມໄປດ້ວຍສີສັນ, ອຸດົມສົມບູນ ໃນທ່າມກາງຄວາມເປັນເອກະພາບ.

ວັນຄອບຄົວ ອາຊຽນ 2018 ຢູ່ນະຄອນ ມົດສະກູ, ສະຫະພັນລັດເຊຍ - ảnh 1 ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ

ວັນທີ 02 ທັນວາ, ສະຖານທູດຫວຽດນາມ ປະຈໍາ ລັດເຊຍ ໄດ້ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈໍາ ລັດເຊຍ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ - ກິລາ - ອາຫານການກິນ ເພື່ອສະເຫຼີມສະຫຼອງ “ວັນຄອບຄົວອາຊຽນ ປີ 2018” ທີ່ສູນການຄ້າຮ່າໂນ້ຍ - ມົດສະກູ (INCENTRA)  ໃນຢູ່ນະຄອນຫຼວງ ມົດສະກູ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ ຢັ້ງຢືນວ່າ ວັນຄອບຄົວ ອາຊຽນ ປີ 2018 ຢູ່ ລັດເຊຍ ໄດ້ສ້າງກາລະໂອກາດ ແລະ ເງື່ອນໄຂ ເພື່ອໃຫ້ບັນດາພະນັກງານການທູດ ພ້ອມດ້ວຍຄອບຄົວ ນັບມື້ນັບໄດ້ຫຍັບມໍ່ເຂົ້າກກັນກວ່າ ເພື່ອພື້ນຖານວັດທະນະທໍາ ອາຊຽນ ທີ່ເຕັມໄປດ້ວຍສີສັນ, ອຸດົມສົມບູນ ໃນທ່າມກາງຄວາມເປັນເອກະພາບ.

        “ນີ້ແມ່ນຄັ້ງທໍາອິດ ຄອບຄົວ ອາຊຽນ ໄດ້ຈັດຕັ້ງຢູ່ສູນວັດທະນະທໍາ ແລະ ການຄ້າ ຮ່າໂນ້ຍ - ມົດສະກູ. ໂດຍຜ່ານບັນດາການເຄື່ອນໄຫວລະຫຼີ້ນ, ບັນເທິງ ອັນໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ບໍ່ພຽງແຕ່ລະຫວ່າງ 10 ປະເທດ ອາຊຽນ ຢູ່ ມົດສະກູ ເທົ່ານັ້ນ ຫາກຍັງເພີ່ມທະວີນໍ້າໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນປະຊາຄົມອາຊຽນອີກດ້ວຍ”.

        ໃນລາຍການຂອງວັນຄອບຄົວ ອາຊຽນ 2018, ແຕ່ລະປະເທດ ອາຊຽນ ໄດ້ຮັບຜິດຊອບ ຈັດຕັ້ງການຫຼີ້ນເກມກິລາ 01 ລາຍການ ແລະ ແນະນໍາກ່ຽວກັບອາຫານການກິນຂອງປະເທດຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ