ວັນ​ຄອບ​ຄົວ ອາ​ຊຽນ 2024 ຢູ່​ນິວ​ຢອກ: ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ແລະ ຈິດ​ໃຈ​ປະ​ຊາ​ຄົມ

(VOVWORLD) - ເຫດການວັນຄອບຄົວອາຊຽນ ປີ 2024 ດ້ວຍຄວາມມານະພະຍາຍາມປະສານງານຂອງຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ, ເຊິ່ງເປັນປະເທດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ວັນ​ຄອບ​ຄົວ ອາ​ຊຽນ 2024 ຢູ່​ນິວ​ຢອກ: ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ແລະ ຈິດ​ໃຈ​ປະ​ຊາ​ຄົມ - ảnh 1ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ (ພາບ: VOV)

ວັນຄອບຄົວ ອາຊຽນ 2024 ໂດຍຄະນະຜູ້ຕາງໜ້າປະຈຳ ສປຊ ບັນດາປະເທດສະມາຊິກ ອາຊຽນ ແລະ ຜູ້ສັງເກດການ ຕີມໍແລັດເຕີ ຈັດຂຶ້ນໃນວັນທີ 22 ມິຖຸນາ ຢູ່ນິວຢອກ, ອາເມລິກາ ໄດ້ດຶງດູດການເຂົ້າຮ່ວມຂອງພະນັກງານ, ພາລະກອນ ແລະ ສະມາຊິກໃນຄອບຄົວ ບັນດາອົງການຕາງໜ້າ 11 ປະເທດກ່ວາ 1000 ຄົນ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຈີນ ແລະ ອົດສະຕາລີ ເຂົ້າຮ່ວມ.

ທີ່ເຫດການ ມີຫຼາຍການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນກິລາ ແລະ ວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງບັນດາປະເທດ, ຜ່ານນັ້ນ ຮັດແໜ້ນນ້ຳໃຈສາມັກຄີ ແລະ ຈິດໃຈປະຊາຄົມອາຊຽນ ຢູ່ນິວຢອກ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຄ້ວາໄດ້ຫຼາຍລາງວັນໃນບັນດາການແຂ່ງຂັນໃຫ້ແກ່ຜູ້ໃຫຍ່ ແລະ ເດັກນ້ອຍ.

ເຫດການວັນຄອບຄົວອາຊຽນ ປີ 2024 ດ້ວຍຄວາມມານະພະຍາຍາມປະສານງານຂອງຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ, ເຊິ່ງເປັນປະເທດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈ ແລະ ອະນຸສອນທີ່ດີງາມໃນຈິດໃຈຂອງຜູ້ເຂົ້າຮ່ວມ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການປັບປຸງພາບພົດ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ “ເປັນເອກະພາບໃນລັກສະນະຫຼາຍຮູບຫຼາຍສີ”.

ຕອບກັບ

ຂ່າວ/ບົດ​ອື່ນ