ວັນຄອບຄົວອາຊຽນປີ 2021 ຢູ່ ສ.ເຊັກໂກ

(VOVWORLD) -ທີ່ເຫດການ, ແຕ່ລະຄະນະໄດ້ແນະນຳເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ເປັນສັນຍາລັກຂອງປະເທດຕົນ.
ວັນຄອບຄົວອາຊຽນປີ 2021 ຢູ່ ສ.ເຊັກໂກ - ảnh 1ວັນຄອບຄົວອາຊຽນ ປີ 2021
(ພາບ: TTXVN)

ວັນທີ 09 ກັນຍາ, ຢູ່ນະຄອນຫຼວງ ປຣາຮາ, ຄະນະກຳມະການອາຊຽນ ປະຈຳສ.ເຊັກໂກ ໄດ້ຈັດວັນຄອບຄົວອາຊຽນ ປີ 2021 (ASEAN Family Day 2021) ໂດຍສະຖານທູດ ມຽນມາ ເປັນເຈົ້າພາບຈັດຕັ້ງ. ມີເອກອັກຄະລັດຖະທູດ, ອຸປະທູດຂອງ 6 ປະເທດອາຊຽນ ປະຈຳ ສ.ເຊັກໂກ ລວມມີ: ຫວຽດນາມ, ຟີລິບປິນ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ມຽນມາ, ພ້ອມກັບພັນລະຍາ, ສາມີ ແລະ ພະນັກງານ, ພາລະກອນຂອງບັນດາສະຖານທູດ… ເຂົ້າຮ່ວມ. ທີ່ເຫດການ, ແຕ່ລະຄະນະໄດ້ແນະນຳເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ເປັນສັນຍາລັກຂອງປະເທດຕົນ. ທ່ານ Phone Lin Kyaing, ອຸປະທູດມຽນມາ ປະຈຳ ປຣາຮາ, ຫົວໜ້າຄະນະຈັດຕັ້ງເນັ້ນໜັກວ່າ ເຫດການນີ້ແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດອາຊຽນ, ທ່ານກໍ່ຫວັງວ່າ ບັນດາສະມາຊິກຂອງຄະນະກຳມະການອາຊຽນ ປະຈຳ ສ.ເຊັກໂກ ຈະແມ່ນຄອບຄົວໜຶ່ງຢ່າງແທດຈິງ, ຄືດັ່ງບັນດາປະເທດສະມາຊິກອາຊຽນ ລ້ວນແຕ່ແມ່ນສະມາຊິກຂອງມະຫາຄອບຄົວໃນປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ